ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-10 18:19:51    
ຈີນ​ຫວຽດ​ນາມ​ຈັດ​ການ​ເຈ​ລະ​ຈາ​ຊາຍ​ແດນ​ຂັ້ດ​ລັດ​ຖະ​ບານ​ຮອບ​ທີ 12

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ຈີນ​ຫວຽດນາມ​ໄດ້​ຈັດການ​ເຈລະຈາ​ຊາຍ​ແດນ​ຂັ້ນ​ລັດຖະບານ​ຮອບ​ທີ 12 ຢູ່​ທີ່​ຮ່າ​ໂນ​ຍ​ແຕ່ວັນ​ທີ 8 ຫາ​ວັນ​ທີ 10 ທັນວາ. ສອງ​ຝ່າຍ​ເຫັນ​ດີ​ເລັ່ງລັດ​ຂະ​ບວນວິວັດ​ວັດ​ແທກ​ຊາຍ​ແດນ​ແລະ​ປັກຫລັກ​ໝາຍ​ທາງ, ຮັບປະກັນ​ໃຫ້​ສຳ​ເລັດ​ວຽກ​ງານ​ວັດ​ແທກ​ຊາຍ​ແດນ​ແລະປັກຫລັກ​ໝາຍ​ທາງ​ແລະເຊັນ​ເອກະສານ​ລະບອບ​ຄຸ້ມ​ຄອງ​ຊາຍ​ແດນ​ສະບັບ​ໃໝ່ໃນ​ປີ 2008 ຢ່າງ​ຊ້າ​ສຸດ.

ຕາມ​ຊາບ​ວ່າ, ທ່ານ​ອູ​ຕ້າ​ເວີຍ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລະ​ທ່ານວູຢົງ ຮອງ​ລັດຖະມົນຕີ​ຫວຽດນາມ​ຕ່າງ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ເຂົ້າຮ່ວມ​ການ​ເຈລະຈາ​ຄັ້ງນີ້.

ສອງ​ຝ່າຍ​ໄດ້​ສະຫລຸບ​ການ​ຄືບ​ໜ້າ​ທີ່​ໄດ້​ຮັບ​ໃນ​ການ​ເຈລະຈາ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ, ​ແລະ​ໄດ້​ຈັດ​ວາງຢ່າງ​ລະອຽດ​ຕໍ່​ວຽກ​ງານ​ໃນ​ໄລຍະຂ້າງ​ໜ້າ. ສອງ​ຝ່າຍ​ເຫັນ​ດີ​​ສືບ​ຕໍ່​ປະສານ​ສົມທົບ​ກັນ​ຢ່າງ​​ໃກ້ຊິດ, ປະຕິບັດ​ສັນຍາ​ຮ່ວມ​ມືດ້ານ​ການ​ປະມົງ​ຢູ່​ອ່າວ​ພາກ​ເໜືອ​ຢ່າງ​ແທ້​ຈິງ, ພ້ອມ​ກັນພະຍາຍາມ​ປົກ​ປັກ​ຮັກສາ​ລະບຽບ​ການ​ຜະລິດ​ທີ່​ເປັນ​ປົກກະຕິ​ຂອງ​ອ່າວ​ພາກ​ເໜືອ, ​ເລີ່​ມ​ລາດຕະ​ເວັນ​ຮ່ວມ​ຂອງ​ທະຫານ​ເຮືອ​ຂອງ​ສອງ​ປະ​ເທດ​ໂດຍ​ໄວ.

ສອງ​ຝ່າຍ​ຍັງ​ເຫັນ​ດີ​ສ້າງຕັ້ງໜ່ວຍ​ງານ​ຮ່ວມ​ຂອງ​ການ​ເຈລະຈາ​ຂີດ​ແບ່ງ​ຊາຍ​ແດນ​ເຂດ​​ທະ​ເລນອກ​ປາກ​ອ່າວ​ພາກ​ເໜືອ​ຈີນ​ຫວຽດນາມ, ​ດຳ​ເນີນ​ການເຈລະຈາກ່ຽວ​ກັບ​ການ​ຂີດ​ແບ່ງ​ເຂດ​ທະ​ເລນ​ອກປາກ​ອ່າວ ​ແລະ​ບັນຫາ​ພ້ອມ​ກັນ​ພັດທະນາ​ທີ່​ສອງ​ຝ່າຍ​ຫາລື​ຕົກລົງ​ກັນ, ສືບ​ຕໍ່​ຄົ້ນຄວ້າ​ບັນຫາ​ຮ່ວມ​ກັນພັດທະນາ​ທະ​ເລຈີນ​ໃຕ້​ຢ່າງ​ຕັ້ງໜ້າ, ຊຸກ​ຍູ້​ໂຄງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທີ່​ມີ​ຄວາມສະດຸ້ງ​ໄວຕ່ຳ​ຢູ່​ເທິງ​ທະ​ເລ.