ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-10 18:42:44    
ທ່ານ​ຈ່າງ​ອີ້​ຊານ​ກ່າວ​ເນັ້ນ​ວ່າ, ​ການ​ປົກ​ປ້ອງ​ສາ​ມັນ​ຊົນ​ໃນ​ການ​ປະ​ທະ​ກັນ​ຄວນ​ຍຶດ​ໝັ້ນ​ຫລັກ​ການ​ເປັນ​ກາງ

cri Author: MO
ຕາມ​ຂ່າວ​CRI: ວັນ​ທີ 9 ທັນວາ, ທ່ານ​ຈ່າງ​ອີ້​ຊານ ຮອງ​ຜູ້​ແທນ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ອະພິປາຍ​ຢ່າງເປີດ​ເຜີຍຂອງສະພາ​​ຄວາມ​ໝັ້ນຄົງ​ກ່ຽວ​ກັບ​ບັນຫາ​ປົກ​ປ້ອງ​ສາມັນ​ຊົນ​ໃນ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ​, ທ່ານ​ກ່າວ​ເນັ້ນວ່າ, ວຽກ​ງານ​ປົກ​ປ້ອງ​ສາມັນ​ຊົນ​ຕ້ອງ​ເຄົາລົບ​ກົດ​ບັດ​ສະຫະ​ປະຊາ​ຊາດ​ແລະ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ​ໃນ​ກົດໝາຍ​ລະຫວ່າງ​ຊາດ.

ທ່ານ​ຈ່າງ​ອີ້​ຊານ​ກ່າວ​ວ່າ, ວຽກ​ງານ​ປົກ​ປ້ອງ​ທຸກ​ລາຍ ລ້ວນ​ແຕ່​ບໍ່​ໃຫ້​ລື່ນ​ກາຍ​ຫລັກການ​ຂອງ​ກົດ​ບັດ, ບໍ່​ໃຫ້​ທຳລາຍ​ອະທິປະ​ໄຕ​​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ສະມາຊິກ. ຜູ້​ກອບ​ກູ້​ແລະ​ອົງການ​ມະນຸດສະທຳ​ຄວນ​ເຄົາລົບ​ຫລັກການ​ຍຸດ​ຕິ​ທຳ ​ເປັນກາງ ພາວະ​ວິ​ໄສ​ແລະ​ເປັນອິດສະຫຼະ, ຫລີກ​ເວັ້ນບໍ່​ໃຫ້​ມ້ວນ​ເຂົ້າຫລື​ສະໜັບສະໜູນ​ຝ່າຍ​ປະ​ທະ​ກັນ​ໃດໆ. ພ້ອມກັນນັ້ນ, ວຽກ​ງານ​ປົກ​ປ້ອງ​ສາມັນ​ຊົນ​ຕ້ອງ​ເອົາ​ໃຈ​ໃສ່​ນຳການ​ປ້ອງ​ກັນ​ການປະ​ທະ​ກັນ, ຊອກຫາວິທີ​ແກ້​ໄຂ​ບັນຫາ​ກົກ​​ເຄົ້າ.
ທ່ານ​ຈ່າງ​ອີ້​ຊານ​ຍັງ​ກ່າວ​ເນັ້ນວ່າ, ການ​ປັ່ນ​ປ່ວນ​ໃດໆ​ລ້ວນ​ແຕ່​ມີ​ມູນ​ເຫດສັບສົນ, ບັນດາ​ປະ​ເທດ​ຄວນ​ສຸ​ຂົມ​ຮອບ​ຄອບ​ໃນ​ເວລາ​ວິນິ​ໄສ​ລັດຖະບານ​ຂອງ​ປະ​ເທດ​ອື່ນ​ມີ​ຄວາມ​ສາມາດ​ແລະ​ເຈດ​ຕະນາ​ປົກ​ປ້ອງ​ສາມັນ​ຊົນ​ຂອງ​ເຂົາຫລືບ​ບໍ່?