ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-10 20:48:16    
ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ

cri Author: MO
ຕາມ​ຂ່າວCRI:ວັນ​ທີ 10 ທັນວາ​ຢູ່​ກົວ​ລາ​ລຳ​ເບີ ນະຄ​ອນຫລວງ​ມາ​ເລ​ເຊຍ, ທ່ານ​ລີ​ຈ້າວ​ຊິງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ, ​ແລະ​ແຍກ​ອອກ​ພົບ​ປະ​ທ່ານ​ລັບ​ລົບ ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ​ແລະ​ທ່ານ​ດາວ​ເນີ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອົສຕຼາລີ.

ໃນ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ, ທ່ານ​ລີ​ຈ້າວ​ຊິງ​ກ່າວ​ວ່າ, ຝ່າຍ​ຈີນ​ມີ​ເຈດ​ຈຳນົງ​ໃຫ້​ຮັກສາ​ການໄຂ​ປະຕູ​ຂອງ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ, ​ເຄົາລົບ​ຄວາມ​ເຫັນຄື​ກັນ​ທີ່​ກ່ຽວຂ້ອງຂອງ​ອາ​ຊຽນ, ສະໜັບສະໜູນ​ອາ​ຊຽນ​ເສີມ​ຂະ​ຫຍາ​ຍບົດບາດນຳ​ທາງ, ​ເຫັນ​ດີ​ສືບ​ຕໍ່​ເອົາ​ກົນ​ໄກ​ຮ່ວມ​ມື​ຕ່າງໆ​ເຊັ່ນ 10+3 ​ເປັນ​ບ່ອນ​ອິງ​​ແລະ​ຊ່ອງ​ທາງ​ຕົ້ນຕໍ, ຊຸກ​ຍູ້​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​​ໃຫ້ຂະຫຍາຍຕົວ​ຢ່າງ​ສືບ​ເນື່ອງ​ແລະ​ໝັ້ນທ່ຽງ. ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ທຳ​ຄວາມ​ພະຍາຍາມກັບ​ບັນດາ​ປະ​ເທດ, ຮັບປະກັນ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ, ຊຸກ​ຍູ້​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ລົງ​ສູ່​ລວງ​ເລິກ, ຊຸກ​ຍູ້​ໃຫ້​ອາຊີ​ຕາ​ເວັນ​ອອກ​ແລະ​ພາກ​ພື້ນ​ອື່ນໆ​ພ້ອມ​ກັນ​ພັດທະນາ​ແລະ​ຈະ​ເລີນຮຸ່ງ​ເຮືອງ.

ໃນການ​ພົບ​ປະ​ສອງ​ຕໍ່​ສອງ, ທ່ານ​ລີ​ຈ້າວ​ຊິງ​ກັບ​ທ່ານ​ລັບ​ລົບ ​ແລະ​ທ່ານດາວ​ເນີ​ເປັນ​ເອກະສັນ​ຫັນ​ເຫັນ​ດີ​ສືບ​ຕໍ່​ພ້ອມ​ກັນ​ພະຍາຍາມ, ປະຕິບັດ​ຄວາມ​ເຫັນ​ຄື​ກັນ​ອັນ​ສຳຄັນ​ທີ່​ຜູ້ນຳ​​ຈີນ​ແລະ​ຜູ້ນຳ​ສອງ​ປະ​ເທດ​ຕົກລົງ​ກັນນັ້ນຢ່າງ​ຕັ້ງໜ້າ, ລົງ​ເລິກ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ໃນ​ທຸກ​ຂົງ​ເຂດ, ຍົກ​ລະດັບ​ການ​ພົວພັນ​ຈີນຣັດ​ເຊຍ​ແລະ​ຈີນ​ອົສຕຼາລີ​ຂຶ້ນ​ສູ່​ລະດັບ​ໃໝ່.