ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-17 19:33:50    
ຈີນ​ອົສຕຼາລີ​ຈັດການ​ປຶກສາ​ຫາ​ລື​ການ​ເມືອງສອງ​ຕໍ່​ສອງ

cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 16 ທັນວາ, ການ​ປຶກສາ​ຫາລື​ການ​ເມືອງ​ປະຈຳ​ປີ​ລະຫວ່າງກະຊວງ​ການ​ຕ່າງປະ​ເທດ​ຈີ​ນກັບ​ອົສຕຼາລີ​ຄັ້ງ​ທີ 17 ​ໄດ້​ຈັດ​ຂຶ້ນຢູ່​ແຄນ​ເບ​ລາ​ໃນ​ວັນ​ທີ 16 ທັນວາ. ສອງ​ຝ່າຍ​ໄດ້​ລົງ​ເລິກແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບການ​ພົວພັນ​ສອງ​ຕໍ່​ສອງ​ແລະ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສອງ​ຝ່າຍ​ສົນ​ໃຈ​ນກັນຳ.

ກາ​ນປຶກສາ​ຫາລື​ເທື່ອ​ນີ້​ໄດ້​ຈັດ​ຂຶ້ນ​ໂດຍ​ທ່າ​ນຢາງ​​ແຈ​ຊື ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລະ​ທ່ານ​​​ເອສ໌​ເທີ​ລັນ​ຊີ ​ເລ​ກາ​ທິການ​ໃຫຍ່​ກະຊວງ​ການ​ຕ່າງປະ​ເທດ​ແລະ​ການ​ຄ້າ​ອົສຕຼາລີ​ເປັນປະທານ​ຄູ່.

​ໃນ​ການ​ປຶກສາ​ຫາລື, ທ່ານ​ຢາງ​ແຈ​ຊື​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອົສຕຼາລີ. ທ່ານ​ເນັ້ນ​ໜັກ​ວ່າ, ຝ່າ​ຍ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການຂະຫຍາຍ​ການ​ພົວພັນ​ກັບ​ອົສຕຼາລີ, ຍິນ​ດີ​ຊຸກຍູ້​ການ​ພົວພັນ​ການ​ຮ່ວມ​ມື​ຮອບດ້ານ​ກັບ​ອົສຕຼາລີ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງຕາມ​ຫຼັກການ​​ເຄົາ​ລົບ​ເຊິ່ງກັນ​ແລະ​ກັນ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ພັດທະນາ​ພ້ອມ​ກັນ.
ຝ່າຍ​ອົສຕຼາລີ​ກ່າວ​ລື້​ມວ່າ​ຍຶດໝັ້ນ​ນະ​ໂຍບາຍ​ຈີນ​ດຽວ​ຢ່າງ​ເດັດດ່ຽວ, ​ແລະ​ສະ​ແດງ​ວ່າ​ຍິນ​ດີ​​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ຝ່າຍ​ຈີນ​ໃນບັນດາ​ຂົງ​ເຂດ​.