ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-17 22:47:19    
ບຸນ​ກາລີ​ເລີ່​ມຖອນ​ທະຫານ​ອອກຈາກ​ອີຣັກ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ16 ທັນວາ,ສູນຖະ​ແຫລ​ງຂ່າວ​ກະຊວງ​ການ​ປ້ອງ​ກັນຊາ​ດບຸນ​ກາລີ​ປະກາດ​ວ່າ,​ ກອງທະຫານ​ຮັກສາ​ສັນຕິພາບບຸນ​ກາລີ​ປະຈຳ​ອີຣັກຢຸດຕິການປະ​ຕິບັດຫນ້າ​ທີ່​ທາງການ​ທະຫານ,​ແລະ​ເລີ່​ມຖອນ​ທະຫານ​ໃນ​ໄລ​ຍະ​ທຳ​ອິດ​ແຕ່​ມື້​ດຽວ​ກັນ​ເປັນ​ຕົ້ນ​ໄປ.

ປະ​ກາດ​ກ່າວ​ວ່າ,ຄຽງ​ຄູ່​ກັບ​ການ​ເລືອກ​ຕັ້ງ​ສະພາ​ອີຣັກ​ໄດ້ສິ້ນ​ສຸດ​ໃນ​ວັນ​ທີ15 ທັນວາ,ກອງທ​ະຫານຮັກສາ​ສັນຕິພາບ​ບຸນ​ກາລີ​ປະຈຳ​ອີຣັກ​ໄດ້ສຳ​ເລັດ​ຫນ້າ​ທີ່​ທາງການ​ທະຫານ​ຢູ່​ອີຣັກ.ຕາມ​ແຜນການ,ກອງ​ທະຫານ​ບຸນ​ກາລີ​ປະຈຳ​ອີ​ຣັກຈະມອບສິດບັນຊາ​ໃນ​ເຂດ​ຄຸ້ມຄອງ​ໃຫ້​ກອງ​ທະຫານ​ອີຣັກຢ່າງ​ເປັນ​ທາງ​ການ​ໃນ​ໄວໆ​ນີ້.

ຕາມ​ຊາບ​ວ່າ,ກອງ​ທະ​ຫານ​ບຸນ​ກາລີ​ປະຈຳ​ອີຣັກຈະອອກ​ຈາກ​ອີຣັກ​ໂດຍ​ແປ່​ງອອກ​ເປັນ3ງວດ,​ແລະ​ຖອນ​ກັບ​ຄືນບຸນ​ກາລີ​ໃຫ້​ຫມົດກ່ອນ​ທ້າຍ​ປີ​ນີ້.