ຜູ້ນຳອົງການຮາມັສກ່າວວ່າໄດ້ກຽມພ້ອມແລ້ວຈະສົນທະນາກັບອາເມລິກາ
cri
Author: mo
ຕາມຂ່າວສານຊີນຮວາ: ວັນທີ 17 ທັນວາ, ຢູ່ແຖບກາຊາ, ຜູ້ນຳຂະບວນການ ອິສລາມປາເລັສຕີນຕໍ່ຕ້ານ(ອົງການຮາມັສ) ໃຫ້ສຳພາດຕໍ່ສື່ມວນຊົນວ່າ, ອົງການຮາມັສໄດ້ກຽມພ້ອມແລ້ວຈະສົນທະນາກັບອາເມລິກາ, ເພື່ອໃຫ້ຄວາມກະຈ່າງແຈ້ງຕໍ່ຝ່າຍອາເມລິກາກ່ຽວກັບຫລັກໝັ້ນຂອງອົງການດັ່ງກ່າວໃນບາງບັນຫາການເມືອງ.
ຜູ້ນຳຜູ້ນີ້ກ່າວວ່າ, ອິສຣາແອນໄດ້ຊັກນຳອາເມລິກາໄປທາງຜິດພາດໂດຍຕະຫລອດ, ເຈດຕະນາເຮັດໃຫ້ອາເມລິກາເຊື່ອວ່າ, ປະຊາຊົນປາເລັສຕີນແລະອົງການຮາມັສລ້ວນແຕ່ແມ່ນພວກກໍ່ການຮ້າຍ. ທ່ານເວົ້າວ່າ, ພາຍຫລັງເຂົ້າຮ່ວມຄະນະກຳມະການນິຕິບັນຍັດປາເລັສຕີນແລະເຂົ້າຮ່ວມການວາງນະໂຍບາຍແລ້ວ, ອົງການຮາມັສຈະມີຄວາມຄິດກ້າວໜ້າກວ່າເກົ່າ, ແລະກໍຍິນດີພົວພັນແລະສົນທະນາກັບອາເມລິກາແລະປະຊາຄົມໂລກ.
ຫວ່າງມໍ່ໆນີ້, ສະພາຕ່ຳອາເມລິກາລົງມະຕິກ່າວເຕືອນອົງການຮາມັສຕ້ອງວາງອາວຸດແລ້ວຈິ່ງເຂົ້າຮ່ວມການເລືອກຕັ້ງຄະນະກຳມະການນິຕິບັນຍັດໄດ້, ຖ້າບໍ່ດັ່ງນັ້ນ, ຈະຫລຸດຄວາມຊ່ອຍເຫຼືອດ້ານເສດຖະກິດໃຫ້ຝ່າຍປາເລັສຕີນ.
|
|