ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-18 18:18:55    
ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ຮ່ວມ​ມື​ປະ​ເທດ​ອາ​ລັບ​ອ່າວ​ເປີ​ເຊຍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຂອງ​​ອີຣັກ​ຮັກ​ສາ​​ສະ​ຖາ​ນະ​ການ​ໝັ້ນ​ທ່ຽງ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 17 ທັນວາ, ຢູ່ອາ​ບູດາ​ບີ ນະຄອນຫລວງ​​ເອມີ​ລັດ​ອາ​ລັບ​ເອກະ​ພາບ, ທ່ານ​ອານອາທິ​ຢາ ​ເລຂາທິການ​ໃຫຍ່ຄະນະ​ກຳມະການ​ຮ່ວມ​ມື​ປະ​ເທດ​ອາ​ລັບ​ອ່າວ​ເປີ​ເຊຍ​ເຕືອນ​ໃຫ້​ບັນດາ​ຝ່າຍ​ຂອງອີຣັກພະຍາຍາມຮັກສາ​​ສະຖານະ​ການອີຣັກ​ໃຫ້​ໝັ້ນທ່ຽງ.

ມື້​ດຽວ​ກັນ, ພາຍຫລັງທ່ານອານ​ອາທິ​ຢາ​ປຶກສາ​ຫາລື​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະມາຊິກ​ຄະນະ​ກຳມະການ​ຮ່ວມ​ມື​ປະ​ເທດ​ອາ​ລັບ​ອ່າວ​ເປີ​ເຊຍ​ແລ້ວ, ທ່ານ​ເວົ້າຕໍ່​ວົງ​ການ​ໜັງສືພິມ​ວ່າ, ຄະນະ​ກຳມະການດັ່ງກ່າວບໍ່​ຢາກ​ເຫັນ​ມີ​ຝ່າຍ​​ໃດຂອງ​ອີຣັກຂັດຂວາງ​ຂະ​ບວນວິວັດ​​ການ​ເມືອງ​ອີຣັກ. ຄະນະ​ກຳມະການ​ດັ່ງກ່າວ​ພວມ​​ຕິດຕາມຢ່າງ​ໃກ້ຊິດ​ຕໍ່​​ສະ​ພາບ​ການຂະຫຍາຍຕົວຫລັງ​ການ​ເລືອກ​ຕັ້ງສະພາ​ອີຣັກ. ຄະນະ​ກຳມະການ​ດັ່ງກ່າວ​ຮູ້ສຶກ​​ເພິ່ງພໍ​ໃຈ​​ຕໍ່​ຜົນການ​ເລືອກຕັ້ງ, ​ແລະ​ຫວັງ​ຢາກ​ໄດ້​ເຫັນ​ອີ​ລັກ​ທີ່​ເສລີພາບ​ແລະ​ມີ​ສະຖຽນ​ລະ​ພາບ, ຫວັງ​ໃຫ້​ຊາວ​ອີຣັກສາມາດ​ເລືອກຕັ້ງລັດຖະບານຊຸດ​ໃໝ່​ໃຕ້​ສະພາບ​ການ​ບໍ່​ຖືກ​ພາຍ​ນອກ​ລົບ​ກວນ.