ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-22 17:41:31    
ທ່ານ​ຊັດດາມ​ຂຶ້ນ​ສານ​ຮັບ​ການ​ໄຕ່​ສວນ​ອີກ​ເທື່ອ​ໜຶ່ງ

cri Author: mo


ຕາມ​ຂ່າວCRI:​ເມື່ອ​ໄດ້​ເລື່ອນ​ເວລາ 2 ອາທິດ​ແລ້ວ, ສານ​ຊັ້ນສູງ​ຂອງອີຣັກ​ໄດ້​​ໄຕ່ສວນ​​ທ່ານ​ຊັດ​ດາມ ອະດີດ​ປະທານາທິບໍດີ​ອີ​ຣັກຄືນ​ອີກ​ໃນ​ວັນ​ທີ 21 ທັນວາ, ທ່ານ​ຊັດ​ດາມ​ແລະຈຳ​ເລີຍ 7 ຄົນ​​ໄດ້​ຂຶ້ນ​ສານ​ນັ່ງ​ຢູ່​ບ່ອນຈຳ​ເລີຍນຳ​ກັນ.

ຕາມ​ຂ່າວ​ແຈ້ງວ່າ, ​ໃນ​ການ​ໄຕ່​ສວນ​ເທື່ອ​ນີ້, ທ່ານອາລີ ອານ​ຮາ​ຍດາ​ລີ ພິຍານ​ເລກ​ທີ 11, ອາຍຸ 37 ປີ​ໄດ້​ເປັນ​ສັກ​ຂີ​ພິຍານ​ຢູ່​ສານ​​ໂດຍ​ບໍ່​ມີ​ສິ່ງ​ກຳ​ບັງ. ທ່ານ​ເວົ້າວ່າ, ທະຫານ​ອີຣັກທີ່​ນຳ​ໂດຍ​ທ່ານ​ຊັດ​ດາມ​ໃນ​ຄາວ​ນັ້ນ​ໄດ້​ຂ້າ​ໄທບ້ານດູ​ຈາຍຫຼວງຫຼາຍເຊິ່ງລວມທັງ​ອ້າຍ​ຂອງທ່ານ​ຢ່າງ​ທາລຸນ. ທ່ານ​ຍັງ​​ໄດ້​ເລົ່າ​ສະພາບ​ທີ່​ຕົນ​ເອງຖືກທໍລະມານ​ໃນ​ເວລາ​ຖືກ​ຂັງ​ຢູ່​ຄຸກ​ລັບ​​, ​ແລະສະພາບ​ທະຫານ​ໃຊ້​ໄຟຟ້າ​​ຊ້ອດແລະ​ວິທີອື່ນໆ​ທໍລະມານ​ຊາວບ້ານ.

ຖ້າ​ໂທດດັ່ງ​ກ່າວ​​ເປັນ​ຈິງ, ທ່ານ​ຊັດ​ດາມ​ຈະ​ຖືກ​ລົງ​ໂທດ​ປະຫານ​ຊີວິດ.
1  2  3