ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-23 20:13:26    
ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ອິສ​ຣາ​ແອນ​ອະ​ນຸ​ມັດ​ມາດ​ຕະ​ການ​ໃໝ່​ຕ່າວ​ຕີ​ຄືນ​​ພວກ​ປະ​ກອບ​ອາວຸດ​ປາ​ເລັສ​ຕີນ​ທີ່​ຍິງ​ຈະ​ຫຼວດ​ໃສ່

cri Author: MO
ຕາມ​ຂ່າວCRI: ວັນ​ທີ 22 ທັນວາ, ທ່ານ​ຊາ​ອຸນ ໂມ​ຟັສ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ໄດ້​ອະນຸມັດ​ມາດຕະການ​ໃໝ່ຕ່າງໆ, ​ເພື່ອ​ຂັດຂວາງບໍ່​ໃຫ້​ພວກ​ປະກອບ​ອາວຸດ​ປາ​ເລັສຕີນ​ຫລອນ​ໂຈມ​ຕີ​ອິສຣາ​ແອນ​ຈາກ​ແຖບ​ກາຊາ.

ມາດ​ຕະການ​ເຫຼົ່ານີ້​ລວມທັງ: ການຍິງ​ປືນ​ໃຫຍ່​​ໃສ່​ຈຸດ​ຕັ້ງຖິ່ນ​ຖານ​ຊາວ​ຢິວທີ່​​ໄດ້​ຍ້າຍ​ໜີ​ແລ້ວ, ຂັດຂວາງບໍ່​ໃຫ້​ຊາວ​ປາ​ເລັສຕີນ​ເຂົ້າ​ໄປ​​ບ່ອນ​ທີ່​ເຮືອນ​ຊານ​ເພງ​ພັງ​ໃນ​ຈຸດ​ຕັ້ງຖິ່ນ​ຖານ​ເຫຼົ່ານີ້​ແລະ​ຍິງ​ລອກ​ແກັດຈາກ​ແຫ່ງ​ນັ້ນ​ໄປ​​ໃສ່ແດນ​ອິສຣາ​ແອນ.

ມື້​ດຽວ​ກັນ, ທ່ານ​​ເອຮຸດ ໂອ​ເມີດ ຮອງ​ນາຍົກລັດຖະມົນຕີອິສຣາ​ແອນ​ກ່າວ​ເຕືອນ​ວ່າ, ອິສຣາ​ແອນ​ຈະ​ຕ່າວ​​ໂຈມຕີພວກ​ປະກອບ​ອາວຸດ​ປາ​ເລັສຕີນ​ຢ່າງ​ເຂັ້ມງວດ​ທີ່​ສຸດ, ​ໃນ​ເວລາ​ທີ່​ຈຳ​ເປັນ, ອາດຈະ​ໃຊ້​ການ​​ເຄື່ອນ​ໄຫວທາງ​ໜ້າດິນ.