ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-26 21:23:15    
ພັກກ້າວຫນ້າ​ອິສລາ​ແອນ​​ປະກາດ​ໂຄງການ​ການ​ເມືອງ​​ເທື່ອ​ທຳ​ອິດ

cri
 ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ 26 ທັນວາ,ພັກກ້າວຫນ້າທີ່​ທ່ານ​ຊາ​ລອນ ນາຍົກລັດຖະມົນຕີອິສລາ​ແອນ​​ສ້າງ​ຕັ້ງ​ຂຶ້ນ​ໃຫມ່​ໄດ້​ຕົກ​ລົງ​ຢ່າ​ງ​ເປັນ​ທາງ​ການ​ວ່າ,ພັກ​ດັ່ງກ່າວ​ຈະ​ຖື​ການ​ເຈລະຈາ​ສັນຕິພາບ​ກັບປາ​ເລັສຕີນ​ເປັນ​ເປົ້າ​ຫມາຍ​ ​ອັນ​ດັບ​ຫນຶ່ງ,ນີ້​ແມ່ນ​ພັກ​ກ້າວຫນ້າ​ປະກາດ​ໂຄງການ​ການ​ເມືອງ​ເທື່ອທຳ​ອິດ​ແຕ່​ສ້າງ​ຕັ້ງ​ຂຶ້ນ​ມາ​ນີ້.
 
ຕາມ​ຫນັງ​ມື​ພິມ​ມາ​ອາ​ລິ​ຟອິສລາ​ແອນ​ລາຍ​ງານ​ວ່າ,ວັນ​ທີ 26 ທັນວາ,ພັກ​ກ້າວຫນ້າ​ໄດ້​ປະກາດ​ໂຄງການ​ພັກ​ທາງ​ລາຍ​ລັກ​ອັກສອນ​ໂດຍ​ຂຽນວ່າ​ພັກ​ດັ່ງກ່າວ​ເຫັນ​ວ່າ​ຕ້ອງ​ສືບ​ຕໍ່​ຖື​ຂະ​ບວນວິວັດ​ສັນຕິພາບ​ກັບປາ​ເລັສຕີນ​ເປັນ​ເປົ້າ​ຫມາຍ,​ແລະ​ຈະ​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ເລື່ອ​ງນີ້.​ເປົ້າ​ຫມາຍ​​ແຫ່ງການ​ເຈລະຈາ​ສັນຕິພາບ​ແມ່ນ​ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່ການຂີດ​ແບ່ງ​ເຂດ​ຊາຍ​ແດນຖາວອນ​ໃຫ້​ອິສລາ​ແອນ,​ແລະ​ບັນລຸ​ຄວາມ​ປອດ​ໄພ​ແລະ​ສັນຕິພາບ​ໃນ​ພາກ​ພື້ນ​ແຫ່ງ​ນີ້.​

ໂຄງການ​ຍັງ​ຂຽນ​ວ່າ,​ເພື່ອ​ເຮັດ​ໃຫ້​ອິສລາ​ແອນ​ກາຍ​ເປັນ​ບ້ານ​ເມືອງຂອງ​ຊາວ​ຢິວ,ປະລະ​ທີ່​ດິນ​ສ່ວນ​ຫນຶ່ງ​ແມ່ນ​​ຈຳ​ເປັນ.

 ຫນັງ​ສື​ພິມ​ດັ່ງກ່າວ​ຍັງ​ໄດ້ຍົກ​ເອົາ​ຄວາມ​ເວົ້າ​ຂອງ​ບຸກຄົນ​ພັກ​ກ້າວຫນ້າລາຍ​ງານ​ວ່າ,ພັກ​ດັ່ງກ່າວ ບໍ່ຫ່ອນຈະ​ຊ່ອຍ​ປາ​ເລັສຕີນ​ສ້າງ​ຕັ້ງ​ປະ​ເທດ​ທີ່​ຂຶ້ນ​ກັບພວກ​ເຂົາ​​ເຈົ້າເອງ.