ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-29 21:26:56    
ທ່ານ​ອັບ​ບາສກ່າວ​ປະນາມ​ອິສລາ​ແອນ​ຕັ້ງ​ເຂດ​ກັນ​ຊົນ​ການ​ທະຫານຢູ່​ແຖບ​ກາຊາ

cri
ຕາມ​ຂ່າວCRI ,ວັນ​ທີ 28 ທັນວາ,ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ໄດ້​ກ່າ​ວປະນາມ​ການ​ກະທຳ​ຂອງອິສລາ​ແອນ​ທີ່ຕັ້ງ​ເຂດ​ກັນ​ຊົນ​ການທະຫານ​ຢູ່​ພາກ​ເຫນືອ​ແຖບ​ກາຊາ.

ທ່ານ​ອັບ​ບາສກ່າວ​ວ່າ,ອິສລາ​ແອນ​ໄດ້​​ຖອນ​ອອກ​ຈາກ​ແຖບ​ກາຊາ​ແລ້ວ, ບໍ່​ມີ​ສິດ​ກັບ​ຄືນ​ສູ່​ແຫ່ງ​ນັ້ນ​ຄືນ​ໃຫມ່​ດ້ວຍ​ຂໍ້​ອ້າງ​ໃດໆ.ທ່ານ​ກ່າວ​ວ່າ,ການ​ທີ່ອິສລາ​ແອນ​ຫ້າມຊາວ​ປາ​ເລັສຕີນ​ເຂົ້າ​ສູ່​ແຖບ​ກາຊາ​ແມ່ນການ​ກະທຳ​ທີ່​ຍຶດຄອງ​ດິນ​ແອນ​ປາ​ເລັສຕີນ​ຄືນ​ໃຫມ່.

ວັນ​ທີ 28 ທັນວາ,ກອງ​ທະຫານ​ອິສລາ​ແອນ​ໄດ້ຖື​ການ​ທີ່​ຜູ່​ປະກອບ​ອາວຸດ​ປາ​ເລັສຕີນ​ຍິງລອກ​ແກັດ​​ໃສ່​ອິສລາ​ແອນ​ຈາກພາກ​ເຫນືອ​ແຖບ​ກາຊາເປັນ​ຂໍ້​ອ້າງ,​ ​ໄດ້​ຕັ້ງ​ເຂດ​ກັນ​ຊົນການ​ທະຫານຢູ່​ແຫ່ງນີ້​ແຕ່​ຝ່າຍ​ດຽວ,​ແລະ​ຫ້າມ​​ຊາວ​ປາ​ເລັສຕີນ​​​ເຂົ້າສູ່​ແຫ່ງ​ນີ້,ຕອນ​ຄ່ຳ​ມື້​ດຽວ​ກັນ,ທະຫານ​ອິສລາ​ແອນ​ຍັງ​ໄດ້​ຍິງ​ປືນ​ໃຫຍ່​ໃສ່​ເຂດ​ກັນ​ຊົນການ​ທະຫານ.