ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-03 17:54:21    
ທ່ານ​ອາ​ບາສກ່າວ​ວ່າ​ຈະ​ເລື່ອນ​ເວລາຈັດ​ການ​ເລືອກ​ຕັ້ງ​ຄະນະ​ກຳມະການ​ນິຕິບັນຍັດປາ​ເລັສຕິນ

cri

ຕາມ​ຂ່າວສານ​ຊິ​ນຮວາ:ວັນ​ທີ2 ມັງກອນ,ທ່ານ​ອາ​ບາສ ປະ​​ທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນກ່າວ​ວ່າ,ຖ້າ​ອິສລາ​ແອນ​ຂັດຂວາງຊາວ​ປາ​ເລັສຕິນ​​​ໄຈຣູຊາ​ແລມເຂົ້າ​ຮ່ວມ​ການ​ປ່ອນ​ບັດ,ທ່ານ​ອາດ​ຈະ​ເລື່ອນ​ເວລາຈັດ​ການ​ເລືອກ​ຕັ້ງ​ຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕິນທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ25 ມັງກອນ.ນີ້​ແມ່ນ​ທ່ານ​ອາ​ບາສ​ສະ​ແດງ​ວ່າ​ອາດ​ຈະ​ເລື່ອນ​ເວລາ​ຈັດການ​ເລືອກ​ຕັ້ງ​ຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕິນ​ຢ່າງ​ເປີດ​ເຜີຍ​ເປັນ​ເທື່ອ​ທຳ​ອິດ.

ປະຈຸ​ບັນ,ອິສລາ​​ແອນ​ຍັງ​ບໍ່​ທັນ​​ໄດ້ຕົກລົງ​ຈະອະນຸຍາດ​ຊາວ​ປາ​ເລັສຕິນ2​ແສນ​ຄົນ​ຢູ່​​​​ໄຈຣູຊາ​ແລມ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕິນຫລື​ບໍ່.ຝ່າຍອິສລາ​ແອນ​ກ່າວ​ວ່າ,ອີງ​ຕາມ​ສັນຍາ​ສັນຕິພາບທີ່ປາ​ເລັສຕິນ​ກັບ​ອິສລາ​​ແອນກ້າວ​ເຖິງ​ຂັ້ນ​ຕົກລົງ​ກັນ​ໃນ​ທຳ​ອິດ,ຝ່າຍ​ປາ​ເລັສຕິນຈະຈັດການ​ເຄື່ອນ​ໄຫວທີ່​ມີ​ລັກ​ສະ​ນະການ​ເມືອງ​ໃດໆ​ຢູ່​​ໄຈຣູຊາ​ແລມບໍ່​ໄດ້.