ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-04 11:02:26    
ການແຂ່ງຂັນ​ເລືອກ​ຕັ້ງຂອງຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕີນ​ໄດ້​ເລີ່ມ​ຈັດຂຶ້ນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ 3 ມັງກອນ,ການ​ແຂ່ງຂັນ​ເລືອກ​ຕັ້ງ​ຂອງ​ຄະນະ​ກຳມະການ​ນິຕິບັນ​ຍັດ​ປາ​ເລັສຕີນ​ໄດ້ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ.ມື້​ດຽວ​ກັນ,ຢູ່​ເມືອງ​ກາຊາ​ແລະ​ເມືອງລາມາລາ, 11 ອົງການ​ຈັດ​ຕັ້ງ​ແຂ່ງຂັນ​ເລືອກ​ຕັ້ງຕ່າງ​ໄດ້​ປະກາດ​ໂຄງການ​ແຂ່ງຂັນ​ເລືອກ​ຕັ້ງ​ຂອງ​​ໃຜລາວຕໍ່ສື່​ມວນ​ຊົນ,ມີ​ຜູ່​ສະ ຫມັກ​ຮັບ​ເລືອກ​ຕັ້ງ 726 ຄົນ​ຈະ​ແຂ່ງຂັນ​ເລືອກ​ຕັ້ງ132ທີ່​ນັ່ງ​ຂອງ​ຄະນະ​ກຳມະການ​ນິຕິບັນ​ຍັດຕາມ​ວິທີ​ສອງ​ຢ່າງ​ຄື​ລະບອບມາດຕາສ່ວນ​ແລະ​ລະບອບ​ສ່ວນ​ຫຼາຍ.

 ຂະ​ບວນການຕໍ່ຕ້ານ​ອິສລາມ​ປາ​ເລັສຕີນ​ຄື​ອົງການ​ຮາ​ມັສຈະ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ຂອງ​ຄະນະ​ກຳມະການ​ນິຕິບັນ​ຍັດປາ​ເລັສຕີນ​ເປັນ​ຄັ້ງ​ທຳ​ອິດ,​ກາຍ​ເປັນການ​ທ້າ​ທາຍ​ອັນ​​ແຂງແຮງ​ຕໍ່​ຂະ​ບວນ ການ​ປົດ​ປ່ອຍ​ຊາດ​ປາ​ເລັສຕີນ​ຄື​ອົງການ​ອານ​ຟາ​ຕາທີ່​ຄອງ​ອຳນາດ.     ຕາມ​ໄດ້​ຊາບ,ການ​​ແຂ່ງຂັນ​ເລືອກ​ຕັ້ງ​ຈະ​ດຳ​ເນີນ​​ເປັນ​ເວລາ​ສາມ​ອາທິດ,​ແຕ່​ວ່າ,ປະຈຸ​ບັນ,ອິສລາ​​ແອນ​ຍັງ​ບໍ່​​ໄດ້​ສະ​ແດງ​ທ່າ​ທີ​ອັນ​ຈະ​ແຈ້ງຕໍ່​ຝ່າຍ​ປາ​ເລັສຕີນ​ໃນ​ບັນຫາ​ເຂດ​ເລືອກ​ຕັ້ງ​​ທີ່ເຢລູຊາ​ເລັມ.