ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-08 18:28:14    
ທ່ານ​ສະທຼາວກ່າວ​ວ່າ, ​ອີ​ຣັກ​ຄວນ​ສ້າງ​ຕັ້ງ​ລັດ​ຖະ​ບານ​ປະ​ສົມ​ໂດຍ​ໄວ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 7 ມັງກອນ, ຢູ່​ທີ່​ແບກ​ແດດ, ທ່ານ​ສະທຼາວ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ​ທີ່​ພວມ​ຢ້ຽມຢາມ​ອີຣັກກ່າວ​ວ່າ, ຊາວ​ອີຣັກຄວນ​ລົບ​ລ້າງຄວາມ​ເຫັນ​ຂັດ​ກັນ​ລະຫວ່ງ​ພັກ​ຝ່າຍ​ສາສະໜາ​, ​ແລະສ້າງ​ຕັ້ງລັດຖະບານປະສົມ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ມື້​ດຽວ​ກັນ, ຢູ່​ແບກ​ແດດ ພາຍຫລັງ​ເຈລະຈາ​ກັບ​ທ່ານ​ທາລາ​ບາ​ນີ ປະທານາທິບໍດີ​​ແລະ​ທ່ານ​ຈາ​ຟາ​ລີ ນາຍົກລັດຖະມົນຕີຂອງ​ລັດຖະບານ​ຂ້າມ​ຜ່ານອີຣັກ​ແລ້ວ, ທ່ານສະທຼາວກ່າວ​ວ່າ, ທ່ານ​ສະໜັບສະໜູນ​ອີຣັກສ້າງຕັ້ງລັດຖະບານ​ປະສົມ​ຂອງ​ຊາດ​ໂດຍ​ໄວ. ທ່ານ​ສະທຼາວຍັງ​ກ່າວ​ວ່າ, ທະຫານ​ອັງກິດ​ທີ່ປະຈຳຢູ່​ອີຣັກຈະ​ຖອນ​ອອກ​ຈາກ​ອີຣັກພາຍ​ໃນ​ບໍ່​ທໍ່​ໃດ​ເດືອນ​ຂ້າງ​ໜ້າ. ທ່ານ​​ກ່າວ​ວ່າ, ການ​ຖອນ​ທະຫານຈະ​ເລີ່​ມຕົ້ນ​ໃນ​ເວລາ​ທະຫານ​ອີຣັກ​ເຫັນ​ວ່າ​ຕົນ​ເອງ​ມີ​ຄວາມ​ສາມາດ​ຢ່າງ​ເຕັມທີ່ຫາບ​ແບກ​ວຽກ​ງານ​ປ້ອງ​ກັນ​ຄວາມປອດ​ໄພຂອງ​ເຂດ​ທີ່ທະຫານ​ອັງກິດ​ຄວບ​ຄຸມ.

ຫລັງ​ການ​​ເຈລະຈາ, ທ່ານ​ທາລາ​ບາ​ນີກ່າວ​ວ່າ, ຝ່າຍ​ຕ່າງໆ​ຂອງ​ອີຣັກ​ໄດ້​ເຫັນ​ດີ​ສ້າງ​ຕັ້ງລັດຖະບານ​ສາມັກຄີ​ຊາດ, ​ແຕ່​ຍັງ​ມີ​ຄວາມ​ເຫັນ​ຂັດ​ກັນ​ໃນ​ຂໍ້​ປີກ​ຍ່ອຍ​ລະອຽດ. ທ່ານ​ຈາ​ຟາ​ລີ​ພັດ​ກ່າວ​ວ່າ, ລັດຖະບານ​ອີຣັກຈະ​ປະຕິບັດແຜນການ​ປ້ອງ​ກັນ​ຄວາມ​ສະຫງົບສະບັບໃໝ່​ໃນ​ຫຼາຍ​ມື້​ຂ້າງ​ໜ້າ​ເພື່ອ​ຮັບ​ມື​ກັບ​ເຫດການ​ຫລອນ​ໂຈມ​ຕີ​ດ້ວຍ​ກຳລັງ​ຮຸນ​ແຮງ​ພາຍ​ໃນ​ປະ​ເທດ​ເພີ່ມ​ຂຶ້ນ.