ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-09 22:07:57    
ອິສລາ​ແອນ​ຈະ​ອະນຸຍາດ​ໃຫ້​ຊາວ​ປາ​ເລັສຕີນ​​ແຂ່ງຂັນ​​ເລືອກ​ຕັ້ງຢູ່​ເຈລູຊາ​ເລັມ

cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 9 ມັງກອນ,ຝ່າຍ​ຕຳຫຼວດ​ເຈລູຊາ​ເລັມ​ໄດ້​ປະກາດ​ວ່າ,ລັດຖະບານ​ອິສລາ​ແອນ​ໄດ້​ເຫັນ​ດີ​ຈະ​ອະນຸຍາດ​ໃຫ້​ຜູ່​​ສະຫມັກ​ຮັບ ເລືອກ​ຕັ້ງ​ທີ່​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ຄະນະ​ກຳ ມະການ​ນິຕິບັນຍັດ​ປາ​ເລັສຕີນ​ໃນ​ວັນ​ທີ 25 ມັງກອນນັ້ນ​ດຳ​ເນີນ​ການ​​ແຂ່ງຂັນ​ເລືອກ​ຕັ້ງຢູ່​​ເມືອງ ເຢລູຊາ​ເລັມ.

ມື້​ດຽວ​ກັນ,ຝ່າຍ​ຕຳຫຼວດ​ເຈລູຊາ​ເລັມ​ຍັງ​ກ່າວ​ວ່າ,ຝ່າຍ​ຕຳຫຼວດ​ເຈລູ​ລາ​ເລັມ​ຈະ​ຫາລື​​ຢ່າງ​ລະອຽດ​ກັບ​ຝ່າຍ​ປາ​ເລັສຕີນ.

ວັນ​ທີ 25 ມັງກອນ,ຜູ່​ສະຫມັກ​ຮັບ​ເລືອກ​ຕັ້ງ​ຜູ່​ຫນຶ່ງ​ຂອງ​ຂະ​ບວນປົດ​ປ່ອຍ​ຊາດ​ປາ​ເລັສຕີນ​ຄື​ອົງການ​ອານ​ຟາ​ຕາທີ່​ເຂົ້າ​ຮ່ວມ​ການ​​​ເລືອກ​ຕັ້ງ​ຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕີນ​ໄດ້​ກ່າວ​ວ່າ,ທ່ານ​ໄດ້​ຮັບ​ຄຳແຈ້ງ​ການ​ທີ່​ກ່ຽວຂ້ອງ​ຂອງ​ຝ່າຍ​ຕຳຫຼວດ​ເຈລູຊາ​ເລັມ​ແລ້ວ.ທ່ານ​ກ່າວ​ວ່າ,ນີ້​​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ລ່ວງ​ຫນ້າວ່າ​ອິສລາ​ແອນຈະ​ອະນຸ​ຍາກ​ໃຫ້​ຊາວ​ປາ​ເລັສຕີນ​ຢູ່​ເຈລູຊາ​ເລັມ​ຕາ​ເວັນ​ອອກ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ຂອງ​ການ​ເລືອກ​ຕັ້ງ​ຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕີນ.

 ແຕ່​ນັບ​ມາ​ຮອດ​ເວລາ​​ແຈ້ງ​ຂ່າວ​ຂອງ​ນັກ​ຂ່າວ,ຝ່າຍ​ອິສລາ​ແອນຍັງ​ບໍ່​ໄດ້​ສະ​ແດງ​ທ່າ​ທີ​ອັນ​ຈະ​ແຈ້ງ​ກ່ຽວ​ກັບ​ການ​ອະນຸຍາດ​ຊາວ​ປາ​ເລັສຕີນ 2 ​ແສນ​ຄົນ​ຢູ່​ເຈລູຊາ​ເລັມ​ຕາ​ເວັນ​ອອກ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ຂອງ​ການ​ເລືອກ​ຕັ້ງ​ຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕີນ.