ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-10 20:14:09    
ທ່ານ​ໂມຟັສກ່າວ​ວ່າ​ອິສລາ​ແອນ​ຈະ​ອະນຸຍາດ​​ໃຫ້ຜູ່​ມີ​ສິດ​ເລືອກ​ຕັ້ງ​ປາ​ເລັສຕີນ​ຢູ່​ເຈ​ລູຊາ​ເລັມຕາ​ເວັນ​ອອກ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດຂອງ​ການ​ເລືອກ​ຕັ້ງ​ຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕີນ

cri
ຕາມ​ຂ່າວCRI ,ວັນ​ທີ 10 ມັງກອນ,ທ່ານ​​ໂມ​ຟັສ໌ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິສລາ​ແອນ​ກ່າວ​ວ່າ,ອິສລາ​ແອນ​ຈະ​ອະນຸຍາດ​​ໃຫ້ຜູ່​ມີ​ສິດ​ເລືອກ​ຕັ້ງ​ປາ​ເລັສຕີນ​ຢູ່​ເຈ​ລູຊາ​ເລັມ​ຕາ​ເວັນ​ອອກ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ຂອງ​ການ​ເລືອກ​ຕັ້ງ​ຄະນະ​ກຳມະການ​ນິຕິ​ບັນຍັດ​ປາ​ເລັສຕີນ.

 ການ​ເລືອກ​ຕັ້ງ​ຂອງ​ຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕີນ​ຈະຈັດ​ຂຶ້ນ​ໃນ​ວັນ​ທີ 25 ມັງກອນ,ກ່ອນ​ຫນ້າ​ນີ້,ອິສລາ​ແອນຫ້າມ​​ຜູ່​ມີ​ສິດ​ເລືອກ​ຕັ້ງ​ຢູ່​ເຈ​ລູຊາ​ເລັມ​ຕາ​ເວັນ​ອອກເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ຂອງ​ການ​ເລືອກ​ຕັ້ງຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕີນດ້ວຍ​ຂໍ້​ອ້າງ​ທີ່​ວ່າ​ຄັດຄ້ານ​ຂະ​ບວນປາ​ເລັສ ຕີນອິສລາມ​ຕໍ່ຕ້ານຫຼື​ອົງການຮາ​ມັສ໌​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ,ຝ່າຍ​ປາ​ເລັສຕີນພັດ​ກ່າວ​ວ່າ,ຖ້າ​ຜູ່​ມີ​ສິດ​ເລືອກ​ຕັ້ງ​ຢູ່ເຈລູຊາ​ເລັມ​ຕາ​ເວັນ​ອອກ​ບໍ່​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ແລ້ວ,ການ​ເລືອກ​ຕັ້ງຈະ​ຈັດ​ຂຶ້ນບໍ່​ໄດ້.