|
ເຈົ້າຫນ້າທີ່ອົງການອະນາໄມໂລກຮຽກຮ້ອງໃຫ້ບັນດາປະເທດເຮັດວຽກງານປ້ອງກັນແລະຮັບມືກັບໄຂ້ຫວັດໃຫຍ່ໃຫ້ດີ
cri
ຕາມຂ່າວCRI,ວັນທີ 12 ມັງກອນ,ຢູ່ທີ່ໂຕກຽວ,ທ່ານໂອມິ ຊີເກຣູ ຫົວຫນ້າພາກພື້ນປາຊິຟິກຕາເວັນຕົກຂອງອົງການອະນາໄມໂລກໄດ້ຮຽກຮ້ອງວ່າ,ໄຂ້ຫວັດໃຫຍ່ພວມຂົ່ມຂູ່ມວນມະນຸດນັບມື້ນັບຫຼາຍຂຶ້ນ,ບັນດາປະເທດຄວນເຮັດວຽກງານປ້ອງກັນແລະຮັບມືກັບໄຂ້ຫວັດໃຫຍ່ໃຫ້ດີ.
ທ່ານໂອມິ ຊີເກຣູແມ່ນໃຫ້ທັດສະນະດັ່ງກ່າວໃນພິທີໄຂກອງປະຊຸມສາກົນກ່ຽວກັບການຮັບມືກັບໄຂ້ຫວັດໃຫຍ່ແບບໃຫມ່ທີ່ອາດຈະແຜ່ລະບາດ.ທ່ານກ່າວວ່າ,ຖ້າຄົນທັງຫຼາຍໄດ້ຕອບສະຫນອງຢ່າງວ່ອງໄວ,ກໍມີຄວາມອາດເປັນໄປໄດ້ຫຼາຍທີ່ສຸດທີ່ຈະສະກັດກັ້ນກ່ອນສະຖານະການເສຍການຄວບຄຸມຫຼືຢ່າງຫນ້ອຍຜ່ອນຄາຍການແຜ່ລະບາດຂອງເຊື້ອພະຍາດແບບໃຫມ່.ທ່ານໂອມິ ຊີເກຣູໄດ້ຮຽກຮ້ອງວ່າ,ຕາບໃດເກີດມີອາການໄລຍະຕົ້ນທີ່ໄຂ້ຫວັດໃຫຍ່ແບບໃຫມ່ຈະແຜ່ລະ ບາດຢ່າງຂະຫນາດໃຫຍ່,ບັນດາປະເທດແລະເຂດແຄວ້ນຄວນຮັບປະກັນໃຫ້ສາມາດນຳໃຊ້ຊັບພະຍາ ກອນທັງຫມົດໃນທັນທີເພື່ອຕອບສະຫນອງຢ່າງວ່ອງໄວ
|
|