ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-16 20:20:37    
ທິມຈີນ​ຊິງ​ໄດ້​ແຊມ​ປຽນ​ໃນ​ການ​ແຂ່ງ​ຂັນ​ບານ​ເຕະ​ຊາວ​ໜຸ່ມ​ອາ​ຟຼິ​ກາ​ຕາມ​ຄຳ​ເຊີນ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 15 ມັງກອນ, ​ເວລາ​ທ້ອງ​ຖິ່ນ, ​ໃນ​ການ​ແຂ່ງ​ຂັນຊິງ​ຊະນະ​ເລີດ​ຂອງ​ງານ​ແຂ່ງຂັນ​​ບານ​ເຕະ​ຊາວ​ໜຸ່ມ​ອາ​ຟຼິກາ​ຕາມ​ຄຳ​ເຊີນທີ່​ຈັດ​ຂຶ້ນ​ຢູ່​ໂຢຮານ​ເນັສ໌ບວກ, ທິມບານ​ເຕະ​ຊາວ​ໜຸ່ມ​ຈີນ​ອາຍຸບໍ່​ເກີນ 19 ປີ​ໄດ້​ເອົາ​ຊະນະ​ທິມຊາວ​ໜຸ່ມ​​ອາຍຸບໍ່​ເກີນ 23 ປີ​ຂອງ​ອາ​ຟຼິກາ​ດ້ວຍ​ຄະ​ແນນ 3 ປະຕູ​ຕໍ່ 1, ​ແລ້ວ​ຊິງ​ໄດ້​ແຊມ​ປຽນຂອງ​ການ​ແຂ່ງຂັນ​ເທື່ອ​ນີ້.

ການ​ແຂ່ງຂັນ​ເທື່ອ​ນີ້​ລວມມີ​ທິມຊາວ​ໝຸ່ມຂອງ 8 ປະ​ເທດ​ເຂົ້າຮ່ວມ, ກ່ອນ​ໜ້ານີ້, ທິມຈີນ​ໄດ້​ເອົາ​ຊະນະ​ທິມ​ເລ​ໂຊ​ໂຕ, ທິມ​ເຊ​ເນ​ການ​ແລະ​ທິມ​ໂມ​ຊຳ​ບີກ. ທ້າວ​​ເໝົາ​ປ່ຽວຂອງ​ທິມຈີນຖືກ​ຄັດ​ເລືອກ​ເປັນ​ນັກ​ຍິງ​ປະຕູ​ເກັ່ງກ​ວ່າ​ໝູ່​ໃນ​ການ​ແຂ່ງຂັນ​ເທື່ອ​ນີ້​ດ້ວຍຄະ​ແນນ​ຍິງ​ເຂົ້າ 3 ປະຕູ.