ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-19 18:42:36    
ທ່ານ​ອາບັສກ່າວ​ວ່າ, ຖ້າ​ຊຸກ​ຍູ້​ຂະ​ບວນ​ວິວັດ​ສັນຕິ​ພາບ​ປາ​ເລັສ​ຕີນ​ອິສ​ຣາ​ແອນ​ບໍ່​ໄດ້, ​ກໍ​ຈະລາ​ອອກ​ຈາກ​ຕຳ​ແໜ່ງ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 18 ມັງກອນ, ຢູ່​ທີ່​ມາລາ​ມາ, ທ່ານ​ອາບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​​ໃຫ້​ສຳພາດ​ຕໍ່ສື່​ມວນ​ຊົນ​ວ່າ, ທ່ານ​ຈະ​ສຸມ​ກຳລັງ​ສຸດ​ຂີດຮັບປະກັນ​ໃຫ້ການ​ເລືອກ​ຕັ້ງສະພານິຕິບັນຍັດ​ປາ​ເລັສຕີນ​ທີ່​​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ມັງກອນ​ນັ້ນ​ດຳ​ເນີນ​ໄປ​ຢ່າງ​ສະດວກ. ​ແຕ່​ຖ້າສະພາ​ນິຕິບັນຍັດ​ຊຸດໃໝ່​ປະຕິ​ເສດ​ສະໜັບສະໜູນຂະ​ບວນວິວັດ​ສັນຕິພາບ​ປາ​ເລັສຕີນ​ອິສຣາ​ແອນ, ທ່ານ​ຈະລາ​ອອກ​ຈາກ​ຕຳ​ແໜ່ງ.

ບຸກຄົນ​ວິ​ເຄາະ​ເຫັນ​ວ່າ, ທ່ານ​ອາບັສສະ​ແດງ​ທ່າ​ທີ​ດັ່ງກ່າວ​ໝາຍຈະ​ຊັກ​ຊວນ​ໃຫ້​ອົງການ​ປະກອບ​ອາວຸດ​ເຊັ່ນ​ອົງການ​ຮາ​ມັສປະລະ​ການ​ຕໍ່ຕ້ານ​ດ້ວຍ​ກຳລັງ​ຮຸນ​ແຮງ​, ​ແລ້ວ​ເຂົ້າຮ່ວມ​ຂະ​ບວນວິວັດ​ສັນຕິພາບ.