ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-20 11:33:30    
ໜ່ວຍ​ຜູ້​ຊ່ຽວຊານ​ສາກົນ​ເຫັນ​ວ່າ,ການ​ເລືອກ​ຕັ້ງ​ທົ່ວ​ໄປ​ອີຣັກບໍ່​ມີ​ການ​ກະທຳສໍ້​ໂກງ​ໜັກ​ໜ່ວງ

cri

ຕາມ​ຂ່າວcri:ວັນ​ທີ19 ມັງກອນ,ໜ່ວຍ​ຜູ້​ຊ່ຽວຊານ​ສາກົນ​ທີ່​ສຳ​ຫຼວດການ​ກ່າວ​ຟ້ອງ​ການ​ກະທຳສໍ້​ໂກງ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ສະພາ​ອີຣັກປະກາດ​ບົດ​ລາຍ​ງານວ່າ,ການ​ເລືອກ​ຕັ້ງ​ທົ່ວ​ໄປ​ບໍ່​ມີ​ການ​ກະທຳ​ສໍ້​ໂກງທີ່​ໜັກໜ່ວງ,ບາງ​ການກະທຳ​ທີ່​ລະ​ເມີດ​ຂໍ້ກຳນົດ​​ເລັກໆ​ນ້ອຍໆບໍ່ພໍ​ທີ່ຈະ​ເຮັດ​ໃຫ້​ຜົນ​ສຸດ​ທ້າຍ​ທັງໝົດຖືກ​ສົງ​ໄສ.

ໃນ​ບົດ​ລາຍ​ງານ10​​ໃບທີ່​ສົ່ງ​​ໄປໃຫ້​ສື່​ມວນ​ຊົນ​ຕ່າງໆ,ໜ່ວຍ​ຜູ້​ຊ່ຽວຊານຊີ້​ອອກ​ວ່າ,ຂະ​ບວນການ​ປ່ອນ​ບັດ​ມີ​ບາງ​ການສໍ້​ໂກງ​ແລະ​ລະ​ເມີດ​ຂໍ້ກຳນົດ​ບາງ​ຢ່າງ,​ແຕ່​ໄດ້​ຮັບ"ການ​ສຳ​ຫຼວດອັນ​ເໝາະ​ສົມ"​ແລະ"​ການແກ້​ໄຂ​ໃຫ້​ຕົກ​ຢ່າງ​ທ່ຽງ​ທຳ"​ແລ້ວ.

ແຕ່​ຕົ້ນ​ເດືອນ​ນີ້​ເປັນ​ຕົ້ນ​ມາ,ໜ່ວຍ​ສຳ​ຫຼວດທີ່​ປະກອບ​​ໄປ​ດ້ວຍ​ຜູ້​ຊ່ຽວຊານ4ຄົນ​ທີ່​ມາ​ຈາກ​ສັນນິບາດປະ​ເທດ​ອາ​ລັບ,ກາ​ນາ​ດາ​ແລະ​ປະ​ເທດ​ເອີ​ລົບ​ເລີ່​ມສຳ​ຫຼວດ​ແລະ​ຕີ​ລາຄາ​ການ​ກ່າວ​ຟ້ອງ​ການສໍ້​ໂກງ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ສະພາ​ອີຣັກ.

ຕາມ​ຂ່າວ​ແຈ້ງ​ອີກວ່າ,ວັນ​ທີ19 ມັງກອນ,ຢູ່​ດາ​ມາດ ນະຄອນຫຼວງ​ຊີ​ເລຍ,ທ່ານ​ບາ​ຊາ ປະທານາທິບໍດີຊີ​ເລຍ​ແລະທ່ານ​ເອຮາ​ເມດ ​ເນ​ຈາດ ປະ​ທາ​ນາ​ທິບໍດີ​ອີຣານທີ່​​ໄປ​ຢ້ຽມຢາມ​ກ່າວ​ວ່າ,ຊີ​ເລຍ​ແລະ​ອີຣານສະໜັບສະໜູນ​ຄວາມ​ຄືບ​ໜ້າທາງການ​ເມືອງທີ່​ພວມ​ດຳ​ເນີນ​ຂອງ​ອີຣັກ.