ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-27 19:09:22    
ກອງ​ທະ​ຫານ​ອາ​ເມ​ລິ​ກາ​ແລະ​ອີ​ຣັກ​ຮ່ວມ​ກັນ​ຊອກ,ຈັບ​ຜູ້​ຖືກ​ສົງ​ໃສ​35ຄົນ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ27 ມັງກອນ,ຝ່າຍ​ຕຳຫຼວດ​ອີຣັກກ່າວ​ວ່າ,ຕອນ​ເຊົ້າ​ມື້​ດຽວ​ກັນ,ກອງ​ຮັກສາ​ຄວາມ​ປອດ​​ໄພ​ແລະ​ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີ​ຣັກ​ໄດ້​ຈັດການ​ເຄື່ອນ​ໄຫວຮ່ວມ​ກັນ​​ໂຈມ​ຕີຢູ່​ແບກ​ແດດ,ຈັບ​ຜູ້​ຖືກ​ສົງ​ໃສ​ເຈົ້າ​ຮ່ວມ​​ການ​ເຄື່ອນ​ໄຫວຕ້ານ​ອາ​ເມ​ລິ​ກາດ້ວຍ​ກຳລັງ​ອາວຸດ.

ນັກວິ​ເຄາະ​ເຫັນ​ວ່າ,ອາ​ເມ​ລິ​ກາ​ແລະ​ອີ​ຣັກດຳ​ເນີນການ​ເຄື່ອນ​ໄຫວຫຼອນ​ໂຈມ​ຕີ​ເທື່ອ​ນີ້​ອາດ​ຈະ​ກ່ຽວ​ພັນ​ເຖິງ​ວັນ​ທີ26 ມັງກອນ,ກອງ​ລົດ​ຂອງ​ທ່ານ​ນາ​ເຈ​​​​ຟີ ລັດຖະມົນຕີ​ອຸດສາຫະກຳ​ລັດຖະບານ​ຂ້າມ​ຜ່ານ​ອີຣັກຖືກ​ໂຈມ​ຕີ​ດ້ວຍ​ລູກ​ລະ​ເບີດຢູ່​ບົນ​ເສັ້ນທາງທີ່ພາກ​ເໜືອແບກ​ແດດ.​ໃນ​​ເຫດການ​ເທື່ອ​ນີ້,​ເຖິງ​ແມ່ນ​ວ່າທ່ານ​ນາ​​ເຈ​ຟີບໍ່​ໄດ້​ເສຍ​ຊີວິດ,​ແຕ່​ຜູ້ປ້ອງ​ກັນ3ຄົນ​ຂອງ​ທ່ານ​ໄດ້​ເສຍ​ຊີວິດ​.