ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-30 20:06:10    
ທ່ານ​ອັບ​ບາສ໌​​ເຈ​ຕະ​ນາ​ໃຫ້​ກອງ​ທະ​ຫານ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ປາ​ເລັສ໌​ຕິນຢູ່​​ໃຕ້​ການ​ຄວບ​ຄຸມ​ໂດຍ​ກົງ​ຂອງ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ

cri

ຕາມ​ຂ່າວcri:ວັນ​ທີ29​ມັງກອນ,ຜູ້​ສັນທັດ​ກໍລະນີ​ທີ່​ໃກ້ຊິດ​ກັບທຳ​ນຽບປະ​ທານາ​ທິບໍດີ​ປາ​ເລັສ​ຕິນ​ເຜີຍ​ໃຫ້​ຮູ້​ວ່າ,ທ່ານ​ອັບ​ບາສ໌ ປະທານ​ອົງການ​ອຳ​ນາດ​​ແຫ່ງ​ຊາດປາ​ເລັສ໌ຕິນ​ເຈຕະ​ນາໃຫ້​ພາກ​ສ່ວນ​ຮັກສາ​ຄວາມ​ປອດ​ໄພ​​ແຍກ​ຕົວ​ອອກ​ຈາກ​ລັດຖະບານ​ປົກຄອງ​ຕົນ​ເອງຂອງປາ​ເລັສຕິນ​ໃນ​ອະນາຄົດ,​​ແລ້ວໃຫ້​ທຳນຽບປະ​ທານາ​ທິບໍດີ​ຄວບ​ຄຸມ​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ໂດຍ​ກົງ.

ຕາມ​ສະຖິຕິ,ອົງການ​ຮັກສາ​ຄວາມ​ປອດ​ໄພຕ່າງໆ​ຂອງ​ປາ​ເລັສຕິນ​ລວມມີ​ພະນັກ​ງານ​ຫຼາຍກວ່າ6​ໝື່ນ​ຄົນ,​ເກືອບ​​ແມ່ນສະມາຊິກ​ຂອງ​ອົງການ​ອານ​ຟາ​ຕາທັງ​ໝົດ.

ມື້​ດຽວ​ກັນ,ທ່ານ​ອາ​ຕີ​ວາ ຜູ້ນຳ​ອົງການ​ຮາ​ມາສ໌ຜູ້​ໜຶ່ງຢູ່​ກາຊາ​​ໄດ້​ອອກ​ຖະ​ແຫຼງ​ການ,ກ່າວ​ວ່າ​ຄະນະ​ກຳມະ​ການ​ນິຕິບັນ​ຍັດ​ປາ​ເລັສ​ຕິນຊຸດ​​ໃໝ່​ຈະ​ກຳນົດ"ພື້ນຖານ​ກົດ​ໝາຍ​ອັນໃໝ່",ກຳນົດ​ພາລະ​ບົດບາດ​ດ້ານ​ກົດ​ໝາຍ​ຂອງ​ອົງ​ການ​ຮັກສາ​ຄວາມ​ປອດ​ໄພ​ຄືນ​ໃໝ່.

ທ່ານ​ອາ​ຕີ​ວາ​ຊີ້​ອອກ​ວ່າ,ຄະ​ນະ​ກຳມະ​ການ​ນິຕິ​ບັນຍັດ​ຊຸດ​ໃໝ່"ມີ​ຄວາມ​ຈຳ​ເປັນ​​​ແຍກ​ການຈັດ​ວາງ​ອົງການ​ລັດຖະບານ​ບໍ່​ໃຫ້​ຂຶ້ນ​ກັບ​ພັກ​ຝ່າຍ​ໃດ."