ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-05 18:09:19    
ຈີນ​ຈະ​ຫາບ​ແບກ​ໜ້າ​ທີ່​ປ້ອງ​ກັນສູນ​ນັບ​ບັດ​ການ​ເລືອກ​ຕັ້ງ​ຂອງ​​ໄຮ​ຕີ

cri Author: mo


ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 4 ກຸມພາ, ທ່ານ​ກຼາຮາມ ຫົວໜ້າ​ຕຳຫຼວດຂອງ​ຄະນະ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ​​ເພື່ອ​ໃຫ້​ໄຮ​ຕີມີ​ສະຖຽນ​ລະ​ພາບ​ຢືນຢັນ​ວ່າ, ກອງ​ປ້ອງ​ກັນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຂອງ​ຕຳຫຼວດຮັກສາ​ສັນຕິພາບ​ຂອງ​ຈີນ​ຈະ​ຫາບ​ແບກ​ໜ້າ​ທີ່​​ປ້ອງກັນ​ສູນ​ນັບ​ບັດ​ທົ່ວ​ປະ​ເທດ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ ລັດຖະສະພາ​ແລະ​ການ​ເລືອກ​ຕັ້ງຂອງທ້ອງ​ຖິ່ນຂອງ​ໄຮ​ຕີ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 7 ກຸມພາ.

ໃນ​ເວລາ​ຕອນ​ຮັບ​ການ​ເຂົ້າສຳພາດ​ຂອງ​ນັກ​ຂ່າວ​ໃນ​ວັນ​ທີ 4 ກຸມພາ, ທ່ານ​ກຼາຮາມ​ເວົ້າວ່າ, ຄວາມ​ປອດ​ໄພ​ຂອງ​ສູນ​ນັບ​ບັດ​ທົ່ວ​ປະ​ເທດ​ໄດ້​ພົວພັນ​​ໂດຍ​ກົງ​ເຖິງ​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ໄຮ​ຕີ​ເທື່ອ​ນີ້​ຈະ​ສຳ​ເລັດ​ຜົນຫຼືປະລາ​ໄຊ. ກອງ​ປ້ອງ​ກັນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຂອງ​ຕຳຫຼວດຮັກສາ​ສັນ​ຕິພາບ​ຂອງ​ຈີນ​ປະຈຳ​ໄຮ​ຕີ​ມີ​ລະບຽບ​ຢ່າງເຄັ່ງ​ຄັດ, ມີການ​ກະທຳ​ສະຫງ່ຽງຄ່ຽມຄົມ, ມີຄຸນ​​ທາດ​ສູງ​ໃນ​ການ​ເຝິກ​ແອບ, ການມອບ​ໜ້າ​ທີ່​ສຳຄັນ​ແນວ​ນີ້​ໃຫ້​ພວກ​ເຂົາ​ເຈົ້າ​ສະ​ແດງ​ໃຫ້​ເຫັນ​ວ່າ​ສະຫະ​ປະຊາ​ຊາດ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ເຕັມທີ່​ຕໍ່​ຕຳຫຼວດຈີນ.

ທ່ານສື​ເສ​ເພິ​ງ ​ຫົວໜ້າ​ການ​ເມືອງ​ແລະທ່ານ​ວາງ​ຫົງ​ກາງ ຫົວໜ້າ​ກອງ​ປ້ອງ​ກັນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຂອງ​ຕຳຫຼວດຣັກສາ​ສັນຕິພາບ​ຂອງ​ຈີນ​ປະຈຳ​ໄຮ​ຕີ​ເວົ້າຕໍ່​ນັກ​ຂ່າວ​ວ່າ ພວກ​ເຂົາ​ເຈົ້າຕັດສິນ​ໃຈ​ບໍ່​ເຮັດ​ໃຫ້​ສະຫະ​ປະຊາ​ຊາດ​ຜິດ​ຫວັງຕໍ່ຕຳຫຼວດຈີນ, ອຸທິດ​ກຳລັງ​ຂອງ​ຕົນ​ເພື່ອ​​ໃຫ້ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ໄຮ​ຕີຈັດ​ຂຶ້ນ​ຢ່າງສະດວກ.
1  2  3  4  5