ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-07 18:32:52    
ອົງການ​ຮາ​ມັສ​ເຈ​ລະ​ຈາ​ກັບ​ເອຢິບ​ກ່ຽວ​ກັບ​ບັນ​ຫາ​ສ້າງ​ຕັ້ງ​ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ​ປາ​ເລັສ​ຕີນ

cri Author: MO
ຕາມ​ຂ່າວCRI:ວັນ​ທີ 6 ກຸມພາ, ​ຢູ່​ທີ່​ເລີ​ແກ, ​ເຈົ້າໜ້າ​ທີ່​ຂະບວນການ​ອິສລາມ​ ​ຕໍ່ຕ້ານຂອງປາ​ເລັສຕີນ(ອົງການ​ຮາ​ມັສ)​ໄດ້​ເຈລະຈາ​ກັບ​ເຈົ້າໜ້າ​ທີ່​ລັດຖະບານ​ເອຢິບ, ຫາລື​ບັນຫາກ່ຽວ​ກັບ​ການ​ສ້າງຕັ້ງລັດຖະບານ​ຊຸດ​ໃໝ່ຂອງ​ປາ​ເລັສຕີນ.

ຕາມ​ຂ່າວສານ​ຕາ​ເວັນ​ອອກ​ກາງ​ຂອງເອຢິບ​ລາຍ​ງານ​ວ່າ, ວັນ​ທີ 6 ກຸນ​ພາ, ກ່ອນ​ການ​ເຈລະຈາ, ທ່ານ​​ໂມຮາ​ມຸດ ນາ​ຈານ ​ເຈົ້າໜ້າ​ທີ່​ອົງການ​ຮາມັສທີ່​ເຂົ້າຮ່ວມ​ການ​ເຈລະຈາ​ກ່າວ​ວ່າ, ອົງການ​ຮາ​ມັສຈະ​ຫາລື​ກັບ​ຝ່າຍ​ເອຢິບ​ກ່ຽວ​ກັບ​ຄວາມ​ອາດ​ສາມາດ​ທີ່​ອົງການ​ຮາ​ມັສກັບ​ຂະ​ບວນການ​ປົ​ດປ່ອຍ​ຊາດ​ປາ​ເລັສຕີນ​ຄື​ອົງການ​ອານ​ຟາ​ຕາປະກອບ​ສ້າງ​ລັດຖະບານ​ປະສົມ​ປາ​ເລັສຕີນ. ທ່ານ​ນາ​ຈານ​ເວົ້າວ່າ, ກ່ອນ​ໜ້າ​ນີ້ ອົງການ​ຮາ​ມັສ​ເຄີຍ​ເຊື້ອ​ເຊີນ​ອົງການ​ອານ​ຟາ​ຕາ​ຮ່ວມ​ກັນ​ສ້າງ​ລັດຖະບານ​ຊຸດ​ໃໝ່​ຂອງ​ປາ​ເລັສຕີນ, ​ແຕ່​ບໍ່​ໄດ້​ຮັບ​ຄຳ​ຕອບ.

ປັດຈຸບັນ, ​ເອຢິບ​ແມ່ນ​ຜູ້​ໄກ່​ເກ່ຍຕົ້ນຕໍ​ລະຫວ່າງ​ອົງການ​ຮາ​ມັສກັບ​ອົງການ​ອານ​ຟາ​ຕາ.