ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-08 12:54:52    
ລັດ​ຖະ​ບານ​ຈີນ​ເອົາ​ໃຈ​​ໃສ່​​ໃນ​ລະ​ດັບ​ສູງ​ນຳ​ວຽກ​ງານ​ຮັກ​ສາ​ສຸ​ຂະ​ພາບ​​ຂອງ​ປະ​ຊາ​ຊົນ​ແລະ​ຄວບ​ຄຸມ​ໃບ​ຢາ​ສູບ

cri

ຕາມ​ຂ່າວcri:ວັນ​ທີ7​​ກຸມພາ,​ທ່ານ​ຊ່າຈູ​ຄ່າງ ຫົວໜ້າ​ຄະນະ​ຜູ້​ແທນ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຝ່າຍ​ເຊັນ《ສົນທິ​ສັນຍາ​ຂອບ​ຄວບ​ຄຸມຢາສູບ》ຄັ້ງ​ປະ​ຖົມມະ​ເລີກ ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຊີ້​ອອກ​ວ່າ, ລັດຖະ​ບານ​ຈີນ​ເອົາ​ໃຈ​​ໃສ່​​ໃນ​ລະດັບ​ສູງ​ນຳ​ວຽກ​ງານ​ຮັກສາ​ສຸຂະ​ພາບ​​ຂອງ​ປະຊາຊົນ​ແລະ​ຄວບ​ຄຸມ​​ໃບຢາສູບ,​ແລະສະ​ໜັບ​ສະໜູນ​ປະຊາ​ຄົມ​ໂລກ​ທີ່​ໃຊ້​ມາດ​ຕະການ ​ຄວບ​ຄຸມ​​ໃບຢາ​ສູບ​ໂດຍ​ຕະຫຼອດ.

ທ່ານ​ຊ່າ​ຈູຄ່າງ​ແນະນຳ​ວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,​ພາຍ​ໃຕ້​ຄວາມ​ພະຍາ​ຍາມ​ຂອງ​ລັດຖະ​ບານ​ຈີນ,ວຽກ​ງານ​ຄວບ​ຄຸມ​ໃບ​ຢາສູບ​ໄດ້​ຮັບ​ຄວາມ​ຄື​ບໜ້າທີ່​ມີ​ລັກ​ສະ​ນະ​ທາດ​ແທ້ຢູ່​ຈີນ​ແລ້ວ.ຈີນ​ໄດ້​ປະກາດ​ໃຊ້ກົດ​ໝາຍ​​ກົດ​ບັນຍັດ​ຕ່າງໆ,​ເຊັ່ນ,"ກົດ​ໝາຍ​ວ່າ​ດ້ວຍ​ການ​ຈຳ​ໜ່ວຍ​ໃບ​ຢາສູບ​​ໂດຍຈຳ​​ເພາະ","ກົດ​ໝາຍ​ວ່າ​ດ້ວຍ​ການ​ໂຄ​ສະນາ​ສິນຄ້າ"​ແລະ"ກົດໝາຍ​ວ່າ​ດ້ວຍການ​ປົກ​ປັກ​ຮັກສາ​​ຜູ້​ອາຍຸ​ບໍ່​ເຕັມ​ກະສຽນ"ເປັນ​ຕົ້ນ,​ໄດ້​ສ້າງ​ພື້ນ​ຖານ​ກົດໝາຍ​ສຳລັບ​ການ​ຄວບ​ຄຸມ​​ໃບຢາສູບ.ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຄະນະ​ລັດຖະ​ບານ​ຈີນ​ໄດ້​​ຕັ້ງໜ້າ​​ເສີມ​ສ້າງ​ຄວາມ​ສາມາດ​ຄວບ​ຄຸບ​​ໃບຢາສູບ.ລັດຖະ​ບານ​ຈີນ​ຈະຍາດ​ແຍ່ງຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ2008​ເປັນ​ງານ​ໂອ​ລິ​ມປິກ​ທີ່​ປອກຢາ​ສູບ.

ທ່ານ​ຊ່າ​ຈູຄ່າງ​ກ່າວ​ລື້ມ​ວ່າ,ຈີນ​ຈະປະສານ​ກັບສະ​ພາບ​ຕົວ​ຈິງ​ຂອງ​ຕົນ,ວາງ​ແຜນ​​ຄວບ​ຄຸມ​ໃບ​ຢາ​ສູບ​​ແຫ່ງ​ຊາດ,ປະຕິ​ບັດຕາມ​ສົນທິ​ສັນຍາ​ຢ່າງ​ຕັ້ງ​ໜ້າ​ແລະ​ໝັ້ນ​ທ່ຽງ.