ຕາມຂ່າວcri:ວັນທີ10ກຸມພາ,ໂຮງໝໍຢາກາຕາຂອງອິນໂດເນເຊຍຢືນຢັນວ່າ,ໂຮງໝໍແຫ່ງນີ້ໄດ້ມີຄົນເຈັບຜູ້ຍິງອີກຜູ້ໜຶ່ງຕາຍ ຍ້ອນໄຂ້ຫວັດສັດປີກ ໃນຕອນຄ່ຳວັນທີ9ກຸມພາ.
ຕາມໂຮງໝໍຢາກາຕາເຜີຍໃຫ້ຮູ້ວ່າ,ຜູ້ຕາຍຜູ້ນີ້ ປີນີ້ອາຍຸ22ປີ,ມີເຮືອນຢູ່ຊານເມືອງຢາກາຕາ,5ມື້ກ່ອນ,ລາວໄດ້ເຂົ້າປິ່ນປົວຢູ່ໂຮງໝໍ ຍ້ອນມີອາການຄ້າຍຄືໄຂ້ຫວັດສັດປີກ.
ຕາມສະຖິຕິ,ປະຈຸບັນ,ຢູ່ອິນໂດເນເຊຍ,ຄົນເຈັບທີ່ຢືນຢັນຄັກແນ່ວ່າໄດ້ຕິດເຊື້ອພະຍາດໄຂ້ຫວັດສັດປີກນັ້ນມີ24ຄົນ,ໃນນັ້ນ 17ຄົນໄດ້ເສຍຊີວິດ.
|