ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-10 20:24:19    
ປະ​ເທດ​ອາ​ຝິຼກາ​ຈຳ​ນວນ​ໜຶ່ງ​ໃຊ້​ມາດ​ຕະ​ການ​ຢ່າງ​ຮີບ​ດ່ວນ​ປ້ອງ​ກັນ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ

cri Author: min
ຕາມ​ຂ່າວ CRI: ​ຫຼັງຈາກວັນ​ທີ 8 ກຸມພາ, ​ເຂດ​ພາກ​ເໜືອ​ຂອງ​ນີ​ເຊ​ລີ​ອາ​ໄດ້​ຢືນຢັນ​ຄັກ​ແນ່​ວ່າ​ໄດ້​ປະກົດ​ມີ​ຜູ້​ຕິດ​ແປດ​ພະຍາດ​ໄຂ້ຫວັດ​ສັດ​ປີກ​​ແບບ H5N1 ປະ​ເພດ​ຮ້າຍ​ແຮງ​ຜູ້​ທຳ​ອິດ​ຢູ່​ອາຝຼິກາ​ແລ້ວ, ປະ​ເທດ​ອາ​ຝຼິກາ​ຈຳນວນ​ໜຶ່ງ​ໄດ້​ພາກັນ​ໃຊ້​ມາດ​ຕະການ​ຢ່າງ​ຮີບ​ດ່ວນ, ​ເພື່ອ​ປ້ອງກັນ​ບໍ່​ໃຫ້​ສະພາບ​ພະຍາດ​ແຜ່​ລາມອອກ.

ເບ​ແນງ​ປະ​ເທດ​ທີ່​ຕິດກັບ​ນີ​ເຊ​ລີ​ອາ​ທາງ​ພາກ​ຕາ​ເວັນ​ຕົກ​ໄດ້​ປະ​ກາດ​ຫ້າມ​ບໍ່​ໃຫ້​ນຳເຂົ້າສັດ​ປີກ​ແລະ​ຜະລິດ​ຕະ​ພັນ​ປະເພດ​ສັດ​ປີກ​ທັງ​ໝົດ​ຈາກ​ນີ​ເຊ​ລີ​ອາ, ​ແລະ​ຮຽກ​ຮ້ອງ​ໃຫ້​ມວນ​ຊົນ​ລາຍ​ງານ​ຕໍ່​ຂະ​ແໜງ​ການ​ກວດກາ​ພະຍາດ​ຢູ່​ທ້ອງ​ຖິ່ນ​ຢ່າງ​ວ່ອງ​ໄວ​ທີ່​ສຸດ​ເມື່ອ​ໄດ້​ປະກົດ​​ເຫັນ​ສັດ​ປີກຫຼື​ນົກ​ປ່າ​​ຕາຍ​.

ລັດຖະບານ​ນີ​ເຊ​ລີ​ອາ​ຍັງ​ໄດ້​ຈັດ​ຕັ້ງ​ໜ່ວຍ​ຮັບ​ມື​ກັບ​ວິກິດການ.

ໂມລີ​ຕາ​ນີປະ​ເທດອາ​ຝຼິກາ​ຕາ​ເວັນ​ຕົກ​ແລະກາ​ບົງ​ປະ​ເທດ​ອາ​ຝຼິກາ​ກາງ​ກໍ່​ໄດ້​ປະກາດ​ຄຳ​ສັ່ງ​ຫ້າມ​ບໍ່​ໃຫ້​ນຳ​ເຂົ້າ​ຜະລິດ​ຕະພັນ​ປະ​ເພດ​ສັດປີກ​ຈາກ​ນີ​ເຊ​ລີ​ອາ.

ໃນ​ຂະ​ນະ​ດຽວ​ກັນ, ວັນ​ທີ 9 ກຸມພາ, ອົງ​ການ​ອະນາ​ໄມ​ສັດ​ຂອງ​ໂລກ​ທີ່​ສຳນັກງານ​ໃຫຍ່​ຕັ້ງ​ຢູ່​ປາລີ​ແຫ່ງ​ຝຼັ່ງໄດ້ປະກາດ​ແຈ້ງ​ການ, ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ນີ​ເຊ​ລີ​ອາ​ທີ່​ໄດ້​ເກີດ​ມີ​ພະຍາດ​ໄຂ້​ຫວັດ​ສັດ​ປີກ. ໜ່ວຍ​ຜູ້​ຊ່ຽວ​ຊານ​ຂອງ​ອົງການ​ດັ່ງກ່າວ​ແລະ​ອົງການ​ຟາວ​ສະຫະ​ປະ​ຊາ​ຊາດ​ກໍ່​ໄດ້​ຂ້ຽວ​ເດີນທາງ​ໄປ​ເຂດ​ເກີດ​ພະຍາດ, ​ເພື່ອ​ປະ​ເມີນ​ສະພາບ​ພະຍາດ​ແລະ​ສະ​ເໜີ​ຂໍ້​ສະ​ເໜີ​ດ້ານ​ເຕັກນິກ.