ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-11 18:26:34    
ທ່ານ​ຄາສ​ໂຕຼ ຜູ້​ນຳ​ກູ​ບາ​ພົບ​ປະ​ທ່ານ​ນາງ​ເຊີນ​ຈື້​ລີ້

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ10 ກຸ​ມພາ,ທ່ານ​ຄາສ​ໂຕຼ ປະທານ​ສະພາ​ແຫ່ງ​ລັດ​ກູ​ບາ​​ໄດ້ພົບ​ປະ​ທ່ານ​ນາງ​ເຊີນ​ຈື້ລີ້ ທີ່​ເປິ​ກສາ​ແຫ່ງ​ລັດ​ຈີນ​ທີ່​ພວມ​ຢ້ຽມຢາມ​ຢູ່​ກູ​ບາ.

ທ່ານ​ຄາ​ສ​ໂຕຼກ່າວ​ວ່າ,ການ​ພົວພັນ​ລະຫວ່າງ​ກູ​ບາ​ກັບ​ຈີນມີ​ໄມຕີ​ຈິດ​ຫຼາຍ,ຊັ້ນ​ສູງ​ຢ້ຽມຢາມ​ກັນຢ່າງ​ເນື່ອງນິດ,ນີ້​​ໄດ້ຊຸກຍູ້​​ແລະ​ເພີ່ມທະວີ​ມິດຕະພາບ​ແລະ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ສອງ​ຝ່າຍຢ່າງ​ແຂງ​ແຮງ,ຫວັງ​ໃຫ້​ສອງ​ປະ​ເທດ​ເຮັດ​ໃຫ້ການ​ຮ່ວມ​ມືທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ໃນ​ບັນດາ​ຂົງ​ເຂດ​ລວມທັງ​ການ​ສຶກສາ​ແລະ​ວິທະຍາສາດ​ເຕັກ​ນິກ​ລົງ​ສູ່​ລວງ​ເລິກຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ນາງ​ເຊີນ​ຈື້​ລີ້​ກ່າວ​ວ່າ,ກູ​ບາມີຜົນ​ສະທ້ອນສຳຄັນ​ຢູ່ເຂດອາ​ເມ​ລິ​ກາ​ລາ​ຕິນ​ແລະ​ກາ​ລີ​ເບ,ກໍ່​ແມ່ນ​ປະ​ເທດອາ​ເມ​ລິ​ກາ​ລາ​ຕິນ​ປະ​ເທດທຳ​ອິດ​ທີ່ສ້າງສາຍສຳພັນ​ການ​ທູດ​ກັບປະ​ເທດ​ຈີນ​ໃຫມ່.ພາຍຫຼັງ​ເຂົ້າສູ່ສະ​ຕະວັດ​ໃໝ່​ແລ້ວ,ພາຍ​ໃຕ້​ການ​ເອົາ​ໃຈ​​ໃສ່​ແລະ​ຊຸກຍູ້ຂອງ​ຜູ້ນຳ​ສອງ​ປະ​ເທດ,ຂົງ​ເຂດ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​​ໄດ້ເປີດ​ກວ້າງອອກ​ຢ່າງ​ບໍ່​ຢຸດ​ຢັ້ງ,ການ​ພົວພັນໄມຕີ​ຈິດ​ລະຫວ່າງ​ຈີນ​ກັບ​ກູ​ບາ​​ໄດ້ເຂົ້າ​ສູ່ໄລຍະ​​ໃໝ່ທີ່​ພັດທະນາ​ຢ່າງຮອບດ້ານ.