ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-12 18:10:21    
ຣັດ​ເຊຍ​ຮຽກ​ຮ້ອງ​​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ກັບ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ສົນ​ທະ​ນາ​ກັບ​ອົງ​ການ​ຮາ​ມາສ

cri Author: da
ຕາມ​ຂ່າວCRI: ວັນ​ທີ 11 ກຸມພາ,​ແວບ​ໄຊ​ທາງ​ການ​ຂອງກະຊວງ​ການ​ຕ່າງ​ປະ​ເທດຣັດ​ເຊຍອອກ​ຖະ​ແຫຼ​ງການ​ກ່າວ​ວ່າ,ຣັດ​ເຊຍ​ສະ​ເໜີ​ໃຫ້ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງຈົ່ງ​ສົນທະນາ​ກັນ​ກັບ​ອົງການ​ຮາ​ມາສ ຂະ​ບວນການອິສລາມ​ຕໍ່ຕ້ານ​ຂອງ​ປາ​ເລັສຕີນ,​ເພື່ອ​ຊຸກຍູ້​​ໃຫ້ບັນຫາ​ປາ​ເລັສຕີນ​ອິສລະ​ແອນ​ໄດ້​ຮັບ​ການ​ແກ້​ໄຂຢ່າງ​ເໝາະ​ສົມ.

ຖະ​ແຫຼ​ງການ​ຂຽນ​ວ່າ,ຫວ່າງ​ມໍ່ໆ​ນີ້ ທ່ານ​ລັຟລົຟ ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ​ໄດ້​ແຍກ​ອອກ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ທ່ານ​ນາງ​ລາຍ​ສ໌ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ທ່ານ​ໂຊ​ລາ​ນາ ຜູ້​ແທນ​ຊັ້ນສູງຂອງ​ສະຫະພາ​ບ​ເອີ​ລົບ​ທີ່​ຮັບຜິດຊອບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ແລະ​ຄວາມ​ປອດ​ໄພ.​ໃນ​ເວລາ​ໂອ້​ລົມ​ກັນ ທ່ານລັຟລົຟ​ເວົ້າວ່າ,ຖ້າ​ຫາກປະຊາ​ຄົມ​ໂລກຢາກ​ຊຸກຍູ້​ໃຫ້​ປາ​ເລັສຕີນ​ອິສລະ​ແອນ​ຈັດຕັ້ງປະຕິບັດ​ແຜນການ​ແຜນ​ທີ່​ເສັ້ນທາງ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​ແລະ​ຟື້ນ​ຟູ​ຂະ​ບວນການ​ເຈລະຈາ​ສັນຕິພາບ,ກໍ​ຕ້ອງ​ຖື​ອົງການ​ຮາ​ມາສ​ເປັນ​ກອງ​ກຳລັງ​ການ​ເມືອງ​ທີ່​ສຳຄັນກອງ​ໜຶ່ງແລະ​ສົນທະນາ​ກັບ​ເຂົາ​​ໃນ​ທັນທີ.ທ່ານ​ເວົ້າວ່າ,ຂໍ້​ສະ​ເໜີ​ຂອງ​ຝ່າ​ຍຣັດ​ເຊຍ​ສອດຄ່ອງ​ກັບ​ຫຼັກ​ໝັ້ນພື້ນຖານຂອງ​ 4 ຝ່າຍ​ກ່ຽວ​ກັບບັນຫາ​ຕາ​ເວັນ​ອອກ​ກາງ​​ໃນ​ການ​​ແກ້​ໄຂ​ການ​ປະທະ​ກັນລະຫວ່າງ​ປາ​ເລັສຕີນ​ອິສລະ​ແອນທັງ​ນັ້ນ.