ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-14 21:51:19    
ກຳ​ປູ​ເຈຍ​ສະ​ໜັບ​ສະ​ໜູນ​ການ​ໂຮມ​ຈີນ​​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ໂດຍ​ສັນ​ຕິ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 13 ກຸມພາ ທ່ານຮຸນ​ແຊນ ນາຍົກລັດຖະມົນຕີກຳ​ປູ​ເຈຍ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ,ກຳປູ​ເຈຍ​ເດັດດ່ຽວຄັດຄ້ານ​ກິລິຍາ​ວາ​ຈາ​​ໃດໆ​ທີ່​​ແບ່ງແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອກະລາດ,ສະໜັບສະໜູນ​ພາລະກິດ​ອັນ​ຍິ່ງ​ໃຫຍ່​ແຫ່ງການ​ໂຮມ​ຈີນ​​ເຂົ້າ​ເປັນ​ເອກະ​ພາບ​ກັນໂດ​ຍສັນຕິ.

​ໃນ​ຖະ​ແຫຼ​ງການຂອງທ່ານ​ຮຸນ​ແຊນຊີ້​ອອກ​ວ່າ,​ໄຕ້​ຫວັນ​ແມ່ນ​ດິນ​ແດນສ່ວນ​ໜຶ່ງ​ທີ່​ຕັດ​ແຍກ​ອອກ​ບໍ່​ໄດ້​ຂອງ​ຈີນ,ກິລິຍາ​ວາຈາ​ໃດໆ​ທີ່​ທຳລາຍ​ຄວາມ​ເປັນ​ເອກ​ະພາບ​ຂອງ​ຈີນ​ແມ່ນ​ຮັບ​ເອົາບໍ່​ໄດ້.ທ່ານ​ຍັງ​ເວົ້າວ່າ,​ຫວ່າງ​ມໍ່ໆ​ນີ້ ເຈົ້າໜ້າ​ທີ່​ໄຕ້ຫວັນ​​ເປີດປ່າວ​ເຈດຈຳນົງ​ທີ່​ໃຫ້​ໄຕ້ຫວັນ​ເປັນ​ເອກະລາດ​ມີ​ແຕ່​ຈະເຮັດ​ໃຫ້​ສະຖານະ​ການ​ເຄັ່ງ​ຕຶງ​ຂຶ້ນ,ມັນ​ບໍ່​ພຽງ​ແຕ່​ຝ່າຝືນ​ກັບ​ຜົນ​ປະ​ໂຫຍ​ດກົກ​ຮາກຂອງ​ປະຊາຊົນ​ຈີນ​ຢູ່​ສອງ​ຝັ່ງ​ຊ່ອງ​ແຄບຢ່າງ​ເຕັມທີ່​ທໍ່ນັ້ນ,​ແລະ​ຍັງ​ຈະ​ທຳລາຍ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ​ກໍ​ຄືຂອງ​ໂລກ​.