|
 |
(GMT+08:00)
2006-02-14 21:58:54
|
 |
ການສຶກສາຊັ້ນສູງຂອງຈີນໄດ້ເຂົ້າສູ່ໄລຍະພັດທະນາຫັນເປັນແບບມວນຊົນ
cri
Author: da
ຕາມຂ່າວCRI: ວັນທີ 13 ກຸມພາ ຢູ່ລາຮາວານ ທ່ານນາງເສີນຈື້ລີ້ ທີ່ປຶກສາແຫ່ງລັດຈີນທີ່ໄປເຂົ້າຮ່ວມກອງປະຊຸມການສຶກສາຊັ້ນສູງສາກົນຄັ້ງທີ 5 ຢູ່ກູບາໄດ້ເວົ້າວ່າ,ການສຶກສາຊັ້ນສູງຂອງຈີນໄດ້ກ້າວເຂົ້າສູ່ໄລຍະພັດທະນາຫັນເປັນແບບມວນຊົນ,ໄດ້ບັນລຸການຂ້າມຜ່ານຄັ້ງປະຫວັດສາດ.
ໃນພິທີໄຂກອງປະຊຸມໃນມື້ດຽວກັນ ທ່ານນາງເສີນຈື້ລີ້ເວົ້າວ່າ,ປະຈຸບັນ ນັກຮຽນນັກສຶກສາທີ່ໄດ້ຮັບການສຶກສາຊັ້ນສູງຂອງຈີນໄດ້ບັນລຸ 21 ລ້ານຄົນ,ເປັນທີໜຶ່ງໃນໂລກ,ຈີນໄດ້ເຂົ້າສູ່ໄລຍະພັດທະນາການສຶກສາຊັ້ນສູງແບບມວນຊົນ.ທ່ານນາງຊີ້ອອກວ່າ,ການສຶກສາຊັ້ນສູງຄອງຖານະຍຸດທະສາດທີ່ມີລັກສະນະພື້ນຖານແລະຊັກນຳໃນການກໍ່ສ້າງປະເທດປະດິດສ້າງ,ລັດຖະບານຈີນຈະຍຶດໝັ້ນປະຕິບັດຍຸດທະສາດສ້າງປະເທດໃຫ້ຈະເລີນດ້ວຍວິທະຍາສາດເຕັກນິກແລະສ້າງປະເທດໃຫ້ເຂັ້ມແຂງດ້ວຍຜູ້ມີຄວາມຮູ້ຄວາມສາມາດຢ່າງບໍ່ລົດລະ,ຍຶດໝັນຖືການສຶກສາຄົນເປັນກົກ,ເອົາໃຈໃສ່ນຳຄຸນນະພາບອົບຮົມຜູ້ມີຄວາມຮູ້ຄວາມສາມາດຫຼາຍກວ່າເກົ່າ.
ຕາມໄດ້ຊາບ,ຜູ້ແທນທີ່ຮ່ວມປະຊຸມຄັ້ງນີ້ຈະຫາລືກັນໂດຍໝູນອ້ອມການເຮັດແນວໃດໃຫ້ການສຶກສາຫັນເປັນແບບມະຫາຊົນແລະສ້າງກົນໄກທີ່ຮັບປະກັນໃຫ້ໝົດທຸກຄົນມີໂອກາດໄດ້ຮັບການສຶກສາຕະຫຼອດຊີວິດ.
|
|
|