ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-14 22:07:13    
ສັນ​ນິ​ບາດ​ປະ​ເທດ​ອາ​ລັບ​ຈະ​ຊັກ​ຊວນ​ອົງ​ການ​ຮາ​ມາສ​ຮັບ​ເອົາ​ຫຼັກ​ການ"​ເອົາ​ດິນ​ແດນ​ແລກ​ປ່ຽນ​ສັນ​ຕິ​ພາບ"

cri Author: da
ຕາມ​ຂ່າວCRI: ວັນ​ທີ 13 ກຸມພາ,ຢູ່​ກາ​ບູນ,ທ່ານມຸດຊາ ​ເລຂາທິການ​ໃຫຍ່​ສັນນິບາດ​ປະ​ເທດ​ອາ​ລັບທີ່​ໄປ​ຢ້ຽມຢາມ​ຊູ​ດັງ​ເວົ້າວ່າ,ປະ​ເທດ​ອາລັບ​ຈະ​ພະຍາຍາມຊັກ​ຊວນ​​ໃຫ້ຂະ​ບວນອິສລາມ​ຕໍ່ຕ້ານ​ຂອງ​ປາ​ເລັສຕີນ(ຄືອົງການ​ຮາ​ມາສ)ຮັບ​ເອົາ​ຫຼັກການ"​ເອົາ​ດິນ​ແດນ​ແລກປ່ຽນ​ສັນຕິພາບ".

ທ່ານ​ມຸດຊາ​ເວົ້າວ່າ,ສັນນິບາດ​ປະ​ເທດ​ອາ​ລັບແລະ​ປະ​ເທດອາ​ລັບຈະ​ຫາລື​ກັບ​ອົງການ​ຮາ​ມາສກ່ຽວ​ກັບ​ສະຖານະ​ການ​ປາ​ເລັສຕີນ​ເປັນຕົ້ນ,ພະຍາ​ຍາມ​ຊັກ​ຊວນ​ໃຫ້ອົງການ​ຮາ​ມາສຮັບ​ເອົາ​ຫຼັກການ"​ເອົາ​ດິນ​ແດນ​ແລກປ່ຽນ​ສັນຕິພາບ".ທ່ານ​ມຸດຊາ​ຍັງ​​ໄດ້​ຕິຕຽນບາງ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ທີ່ຂົ່ມຂູ່​ອົງການ​ຮາ​ມາສວ່າ​ຈະ​ຢຸດຕິ​ການ​ຊ່ອຍ​ເຫຼືອ​ປາ​ເລັສຕີນ.

ມື້​ດຽວ​ກັນ,ຢູ່​ວໍ​ຊິງ​ຕັນ,ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ໄປ​ຢາມ​ອາ​ເມ​ລິ​ກາ​ໄດ້​ເຈລະຈາ​ກັບ​ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ.ຫຼັງ​ການ​ເຈລະຈາ ທ່ານ​ອານ​ນານ​ໄດ້​ທວງ​ໃຫ້​ອົງການ​ຮາ​ມາສປ່ຽນ​​ເປັນ​ພັກ​ການ​ເມືອງ​ຂອງ​ປາ​ເລັສຕີນ,ຮ່ວມ​ມືກັບ​ອິສລະ​ແອນ​ແລະ​ປະຊາ​ຄົມ​ໂລກ​,ພ້ອມ​ກັນຊຸກຍູ້​ຂະ​ບວນວິວັດ​ສັນຕິພາບ​ຕາ​ເວັນ​ອອກ​ກາງ.