|
 |
(GMT+08:00)
2006-02-15 15:28:30
|
 |
ຈີນຈະຍຶດໝັ້ນພັດທະນາການສຶກສາກ່ອນ
cri
Author: da
ຕາມຂ່າວCRI: ກອງປະຊຸມຂັ້ນລັດຖະມົນຕີກະຊວງການສຶກສາທົ່ວປວງຊົນຂອງ 9 ປະເທດພວມພັດທະນາທີ່ມີປະຊາກອນຫຼວງຫຼາຍໃນອົງການຢູເນັສໂກສະຫະປະຊາຊາດຄັ້ງທີ 6 ໄດ້ໄຂຂຶ້ນຢູ່ມົງເທຼິເລ ເມືອງພາກເໜືອແມັກຊິກໃນວັນທີ 14 ກຸມພາ,ກອງປະຊຸມຈະດຳເນີນ 2 ມື້.ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຈະຫາລືບັນຫາຕ່າງໆທີ່ປະເທດພວມພັດທະນາໄດ້ປະເຊີນໃນຂົງເຂດການສຶກສາ ແລະເຮັດແນວໃດເພີ່ມທະວີການຮ່ວມມືໃຕ້ໃຕ້ໃນຂົງເຂດການສຶກສາຕື່ມອີກເປັນຕົ້ນ.
ໃນພິທີໄຂກອງປະຊຸມ ທ່ານນາງເສີນຈື້ລີ້ ທີ່ປຶກສາແຫ່ງລັດຈີນໄດ້ກ່າວຄຳປາໄສວ່າ,ຈີນຈະຍຶດໝັ້ນພັດທະນາການສຶກສາກ່ອນ,ສະໜອງການສຶກສາທີ່ມີຄຸນນະພາບດີຕໍ່ທົ່ວປວງຊົນ.ທ່ານນາງເວົ້າວ່າ,ໃນ 2 ປີຂ້າງໜ້ານີ້ ລັດຖະບານຈີນຈະຍົກເວັ້ນຄ່າຮຽນການສຶກສາພາກບັງຄັບຢູ່ຊົນນະບົດຢ່າງຮອບດ້ານ,ສ້າງລະບົບອຸປະຖຳທີ່ບັງເກີດຜົນ.ພ້ອມກັນນັ້ນ ທ່ານນາງໄດ້ຮຽກຮ້ອງ 9 ປະເທດພວມພັດທະນາທີ່ມີປະຊາກອນຫຼວງຫຼາຍຊ່ອຍເຫຼືອເຊິ່ງກັນແລະກັນ,ເພື່ອບັນລຸການພັດທະນາການສຶກສາທົ່ວປວງຊົນໄປພ້ອມກັນ.
|
|
|