ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-16 11:35:57    
ອົງ​ການ​ຮາ​ມາສ​ສະ​ເໜີ​ລາຍ​ຊື່ຜູ້​​ເປັນ​ປະ​ທານ​ຄະນະ​ກຳ​ມະ​ການ​ນິຕິບັນ​ຍັດ​ປາ​ເລັສ​ຕີນ

cri Author: da
ຕາມ​ຂ່າວCRI: ວັນ​ທີ 15 ກຸມພາ,ອົງການ​ຮາ​ມາສ​ປະກາດ​ວ່າ,ຈະ​ສະ​ເໜີ​ໃຫ້​ທ່ານດາ​ວິກ ຜູ້ນຳ​ຊັ້ນສູງ​ຂອງ​ອົງການ​ດັ່ງກ່າວຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ​ເປັນປະທານ​ຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕີນ.

ນອກ​ນີ້,ອົງການ​ຮາ​ມາສຍັງ​​ເປີດເຜີຍວ່າ,ອົງການ​ດັ່ງກ່າວ​ຈະ​ສະ​ເໜີທ່ານ​ອິສ​ເມ​ວ ຮາ​ນີ​ເຢ ຜູ້ນຳຊັ້ນສູງ​ຢູ່​ແຖບ​ກາ​ຊາ​ເປັນນາຍົກລັດຖະມົນຕີລັດຖະບານ​ປາ​ເລັສຕີນປົກ​ຕອງ​ຕົນ​ເອງ,ພາຍຫຼັງ​ກອງ​ປະຊຸມຄົບ​ຄະນະຂອງ​ຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕີນ​ຊຸດ​ໃໝ່​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ກຸມພາ​ແລ້ວ,ຄາດ​ວ່າ ວຽກ​ງານປະກອບລັດຖະບານ​ປາ​ເລັສຕີນ​ປົກຄອງ​ຕົນ​ເອງຊຸດ​ໃໝ່​ຈະ​ສຳ​ເລັດ​ໃນທ້າຍ​ເດືອນ​ກຸມພາ​ຮອດ​ຕົ້ນ​ເດືອນ​ມິ​ນາ.

ນອກ​ນີ້​ຂ່າວ​ແຈ້ງວ່າ,ວັນ​ທີ 15 ກຸມພາ ລັດຖະບານ​ອິສລະ​ແອນ​ຕົກລົງ​ວ່າ,ຈະ​ອະນຸຍາດປະຊາ​ຄົມ​ໂລກສືບ​ຕໍ່​ສະໜອງ​ການ​ຊ່ອຍ​ເຫຼືອມະນຸດສະທຳ​ແກ່​ປາ​ເລັສຕີນຫຼັງ​ຈາກອົງການ​ຮາ​ມາສສ້າງຕັ້ງລັດຖະບານແລ້ວ,​ແຕ່​ມີ​ເງື່ອນ​ໄຂບໍ່​ໃຫ້ລັດຖະບານ​ປາ​ເລັສຕີນ​ທີ່ຖືກ​ອົງການ​ຮາມ​າສຄວບ​ຄຸມນັ້ນກຳ​ກັບ​ທຶນ​ຊ່ອຍ​ເຫຼືອ​ເຫຼົ່າ​ນີ້​.