ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-20 18:10:05    
ອີຣັກ​ເກີດ​ເຫດ​ການ​ລະ​ເບີດ​ສອງ​​ເທື່ອ, ​40 ​ກວ່າ​ຄົນ​ຕາຍ​ແລະ​ບາດ​ເຈັບ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 20 ກຸມພາ, ຝ່າຍ​ຕຳຫຼວດອີຣັກກ່າວ​ວ່າ, ຕອນ​ເຊົ້າມື້​ດຽ​ກັນ, ຢູ່​ນະຄອນຫຼວງແບກ​ແດກແລະ​ເມືອງໂມ​ຊຸນ ​ຢູ່​ພາກ​ເໜືອ​ຕ່າງ​ໄດ້​ເກີດ​ເຫດການ​ລະ​ເບີດ, ​ເປັນ​ເຫດ​ເຮັດ​ໃຫ້ 9 ຄົນ​ຕາຍ, 35 ຄົນ​ບາດ​ເຈັບ​ເປັນ​ຢ່າງ​ໜ້ອຍ.

ຝ່າຍ​ຕຳຫຼວດ​ເປີດເຜີ​ຍ​ວ່າ, ​ເຫດການ​ລະ​ເບີດ​ຢູ່​ແບກ​ແດກ​ແມ່ນ​ລູກ​ລະ​ເບີດ​ລູກ​ໜຶ່ງ​ແຕກ​ໄດ້​ເກີດ​ຢູ່​ໃນ​ຝູງ​ຄົນ​ທີ່​ກຳລັງຊອກ​ວຽກ​ເຮັດ​ຢູ່​ສະໜາມຫຼວງປົດ​ປ່ອຍ​​ໃຈກາງ​ເມືອງ​ແບກ​ແດກ, ​ເປັນ​ເຫດ​ເຮັດ​ໃຫ້ 4 ຄົນ​ລວມທັງ​ຕຳຫຼວດຜູ້​ໜຶ່ງຕາຍ​ເປັນ​ຢ່າງ​ໜ້ອຍ, ​14 ຄົນ​ບາດ​ເຈັບ. ​ເຫດການ​ລະ​ເບີດ​ຢູ່​ເມືອງ​ໂມ​ຊຸນ​ໄດ້​ເກີດ​ຢູ່​​ໃນຮ້ານ​ອາຫານ​ແຫ່ງ​ໜຶ່ງ​​, ຜູ້ຫຼອນ​ໂຈມ​ຕີ​ແບບ​ຂ້າ​ໂຕ​ຕາຍ​ຜູ້​ໜຶ່ງ​ຍ່າງ​ເຂົ້າຮ້ານ​ອາຫານ, ​ແລ້ວ​ດຶງ​ໃຫ້​ເຄື່ອງ​ລະ​ເບີດ​ທີ່​ເຊື່ອງ​ໃນ​ເສື້ອ​ລະ​ເບີດ, ​ເຮັດ​ໃຫ້ 5 ຄົນ​ຕາຍ, 21 ຄົນ​ບາດ​ເຈັບ​ເປັນ​ຢ່າງ​ໜ້ອຍ.