
ຕາມຂ່າວcri:ວັນທີ22ກຸມພາ,ຢູ່ສຸເຫຼົ່າອິສລາມອາລີ·ອານຮາດີແດນສັກສິດດ້ານສາສະໜາຂອງນິກາຍຊີອິດອີຣັກໄດ້ເກີດເຫດການລະເບີດ.ພາໃຫ້ປະຊາຄົມໂລກປະຕິກິລິຍາຢ່າງຮຸນແຮງ.

ທ່ານທາລາບານີ ປະທານາທິບໍດີອີຣັກຊີ້ອອກວ່າ,ຜູ້ຫຼອນໂຈມຕີຢາກສວຍໃຊ້ເຫດການດັ່ງກ່າວກໍ່ການປະທະກັນລະຫວ່າງນິກາຍ.ທ່ານຈາຟາຣີ ນາຍົກລັດຖະມົນຕີລັດຖະບານຂ້າມຜ່ານຂອງອີຣັກປະກາດວ່າ,ທົ່ວປະເທດອີຣັກຈະໄວ້ອາໄລ3ມື້ຕໍ່ເລື່ອງນີ້.

ທ່ານຊີສທານີ ຜູ້ນຳຈິດໃຈຂອງມຸສລິມນິກາຍຊີອິດຂອງອີຣັກຮຽກຮ້ອງໃຫ້ມວນຊົນກ່າວປະນາມ" ໂທດ"ດັ່ງກ່າວດ້ວຍສັນຕິວິທີ.ທ່ານຊາເຕີ ຜູ້ນຳນິກາຍຊີອິດທີ່ຫົວຮຸນແຮງກໍ່ໄດ້ຮຽກຮ້ອງໃຫ້ມວນຊົນນິກາຍຕົນຮັກສາຄວາມອົດກັ້ນໄວ້.ທ່ານຄູບາຍຊີ ໂຄສົກຄະນະກຳມະການຜູ້ອາວຸໂຊມຸສລິມອົງການຈັດຕັ້ງນິກາຍຊຸນນິດຊີ້ອອກວ່າ,ທະຫານຍຶດຄອງຂອງຕ່າງປະເທດກໍ່ຄວນຮັບຜິດຊອບຕໍ່ເລື່ອງນີ້.

ມື້ດຽວກັນ,ທ່ານອານນານ ເລຂາທິການໃຫຍ່ສະຫະປະຊາຊາດ,ທ່ານບຸສປະທານາທິບໍດີອາເມລິກາແລະທ່ານສະຕຼາວ ລັດຖະມົນຕີການຕ່າງປະເທດອັງກິດໄດ້ພາກັນສະແດງທ່າທີ,ກ່າວປະນາມເຫດການລະເບີດຢ່າງຮຸນແຮງ.
1 2 3
|