ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-27 18:49:30    
ທ່ານຮານີເຢປະຕິ​ເສດ​ບໍ່​ຮັບ​ຮອງ​ວ່າ​ຕົນ​ເອງ​ເຄິຍ​ສະ​ແດງ​ທ່າ​ທີ​ກ່ຽວ​ກັບ​ອົງ​ການ​ຮາ​ມັສ​ຍິນ​ດີ​ຣັບ​ຮອງ​ອິສຣາ​ແອນ​ຢ່າງ​ມີ​ເງື່ອນ​ໄຂ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 25 ກຸມພາ, ທ່ານ​ຮາ​ນີ​ເຢ ຜູ້ນຳ​ອົງການ​ຮາ​ມັສ ນາຍົກລັດຖະມົນຕີປາ​ເລັສຕີນ​ຜູ້​ໃໝ່​ໄດ້ປະຕິເສດບໍ່​ຮັບຮອງວ່າຕົນເອງ​ເຄິຍສະ​ແດງ​ທ່າ​ທີ​ກ່ຽວ​ກັບ​ອົງການ​ຮາ​ມັສຍິນ​ດີຣັບຮອງ​ອິສຣາ​ແອນ​ຢ່າງ​ມີ​ເງື່ອນ​ໄຂ.

ໜັງສືພິມ​ວໍ​ຊິງ​ຕັນ​ພົສສະບັບ​ວັນ​ທີ 25 ກຸມພາ​ລາຍ​ງານວ່າ, ຫວ່າງ​ມໍ່ໆ​ນີ້, ​ໃນ​ເວລາ​​ໃຫ້​ສຳພາດ​ທາງ​ໂທລະສັບ​ຕໍ່​ໜັງສືພິມ​ດັ່ງກ່າວ, ທ່ານ​ຮາ​ນີ​ເຢກ່າວ​ວ່າ, ຖ້າ​ອິສຣາ​ແອນ​ໃຫ້​ສິດ​ທິເຕັມ​ສ່ວນ​ແກ່​ຊາວ​ປາ​ເລັສຕີນ, ຮັບຮອງປະ​ເທດ​ປາ​ເລັສຕີນ​ທີ່​​ເອົາ​ເສັ້ນຢຸດ​ຍິງ​ກ່ອນ​ເກີດ​ສົງຄາມ​ເມື່ອ​ປີ 1967 ​ເປັນຊາຍ​ແດນ​ແລ້ວ, ອົງການ​ຮາ​ມັສຍິນ​ດີ​ຮັບຮອງ​ອິສຣາ​ແອນ, ​ແລະ​ເຈລະຈາ​ສັນຕິພາບ​ກັບ​ເຂົາ.

ຕໍ່​ຈາກ​ນັ້ນ, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຢູ່​ແຖບ​ກາຊາ, ທ່ານ​ຮາ​ນີ​ເຢກ່າວ​ວ່າ, ​ໃນ​ເວລາ​ທ່ານ​ໃຫ້​ສຳ​ພາດ​ໂດຍ​ຈຳ​ເພາະ, ທ່ານ​ບໍ່​ໄດ້​ກ່າວ​ເຖິງ​ບັນຫາ​ກ່ຽວ​ກັບ​ການ​ຮັບຮອງ​ອິສຣາ​ແອນ, ພຽງ​ແຕ່​​ເວົ້າວ່າ, ລະຫວ່າງ​ປາ​ເລັສຕີນ​ກັບ​ອິສຣາ​ແອນ​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ຢຸດ​ຍິງ​ເປັນ​ເວລາ​ຍາວ​ນານ.