ທ່ານອາບັສປະຕິເສດບໍ່ຮັບຮູ້ວ່າ ຖ້າຂະບວນການສັນຕິພາບປາເລັສຕີນອິສຣາແອນຖືກຂັດຂວາງທ່ານຈະລາອອກຈາກຕຳແໜ່ງ
cri
Author: mo
ຕາມຂ່າວCRI: ວັນທີ 26 ກຸມພາ, ທ່ານອາບັສ ປະທານອົງການອຳນາດແຫ່ງຊາດປາເລັສຕີນກ່າວວ່າ, ເຖິງຈະແມ່ນຂະບວນວິວັດສັນຕິພາບປາເລັສຕີນອິສຣາແອນຖືກຂັດຂວາງຍ້ອນການຄອງອຳນາດຂອງກຸ່ມຮາມັສ, ທ່ານກໍບໍ່ຢາກລາອອກຈາກຕຳແໜ່ງ.
ວັນທີ 25 ກຸມພາ, ສະຖານີໂທລະພາບອິດສະຫຼະຂອງອັງກິດໄດ້ອອກອາກາດວີດີໂອຕອນໜຶ່ງທີ່ສຳພາດທ່ານອາບັສໂດຍຈຳເພາະ, ໃນການສຳພາດ, ທ່ານອາບັສກ່າວວ່າ, ຖ້າທ່ານບໍ່ສາມາດຊຸກຍູ້ຂະບວນການສັນຕິພາບປາເລັສຕີນອິສຣາແອນ, ທ່ານຈະພິຈາລະນາລາອອກຈາກຕຳແໜ່ງ.
ທ່ານອາບັສກ່າວວ່າ, ຊາວປາເລັສຕີນທັງໝົດລ້ວນແຕ່ຫວັງຢາກມີສັນຕິພາບ, ກຸ່ມຮາມັສກໍເຄົາລົບສັນຍາຢຸດຍິງຕະຫຼອດມາ, ທັງອອກແຮງຮັກສາຄວາມສະຫງົບຂອງສະຖານະການ; ກົງກັນຂ້າມ, ພັດແມ່ນອິສຣາແອນບໍ່ໄດ້ກ້າວໄປໜ້າຕາມເສັ້ນທາງສັນຕິພາບ.
|
|