ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-01 18:41:19    
ຖະ​ແຫຼງການ​ຂອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ​ກ່ຽວ​ກັບ​ການ​ປະ​ກາດ​ຢຸດຕິ​ການ​ປະ​ຕິ​ບັດ​ງານ​ຂອງ"ຄະ​ນະ​ກຳ​ມະ​ການ​ເຕົ້າ​ໂຮມ​ປະ​ເທດ​ເປັນ​ເອ​ກະ​ພາບ​"​ແລະ​ການ​ນຳ​ໃຊ້"ທິດ​ທາງ​ເພື່ອ​ເຕົ້າ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ"ຂອງ​ເສີນ​ຊຸຍ​ປຽນ ຜູ້ນຳ​ໄຕ້​ຫວັນ

cri Author: MO
ໃນ​ວັນ​ທີ 27 ກຸມພາ​ທີ່​ຜ່ານ​ມາ​ນີ້, ​ເສີນ​ຊຸຍ​ປຽນ ຜູ້ນຳ​ໄຕ້​ຫວັນ​ໄດ້​ປະກາດ​ຢຸດຕິ​ການ​ປະຕິບັດ​ງານ​ຂອງ"ຄະນະ​ກຳມະການ​ເຕົ້າ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ" ​ແລະ​ການ​ນຳ​ໃຊ້"ທິດ​ທາງ​ເພື່ອ​ເຕົ້າ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ". ຕໍ່​ບັນຫາ​ນີ້, ​ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ລາວ​ໄດ້​ເຫັນ​ວ່າ, ການ​ປະກາດ​ດັ່ງກ່າວ​ຂອງ​ຜູ້ນຳ​ໄຕ້​ຫວັນ​ເປັນ​ການ​ຝືນ​ຕໍ່ສິດຜົນປະ​ໂຫຍ​ດພື້ນຖານ​ຂອງ​ປະຊາຊົນ​ຈີນ, ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ເຮັດ​ໃຫ້​ສະພາ​ນະພາ​ບຄວາມ​ສຳພັນ​ຂອງສອງ​ຝັ່ງ​ຮ່ອມ​ທະວີ​ໄຕ້​ຫວັນ​ເພີ່ມ​ທະວີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ, ​ຊື່​ງກະທົບ​ຕໍ່​ສັນຕິພາບ ​ແລະ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ.

ລັດຖະບານ​ແຫ່ງ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ​ສືບ​ຕໍ່ຍຶດໝັ້ນນະ​​ໂຍບາຍ​ປະ​ເທດ​ຈີນ​ດຽວ, ​ໂດຍ​ຖື​ວ່າ ​ໄຕ້​ຫວັນ​​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ກັນ​ໄດ້​ຂອງ​ສາທາລະນະ​ລັດ​ປະຊາຊົນ​ຈີນ, ຍຶດໝັ້ນສະໜັບສະໜູນ​ທຸກ​ຄວາມ​ພະຍາຍາມ​ຂອງ​ລັດຖະບານ​ ​ແລະ​ປະຊາຊົນ​ຈີນ​ອ້າຍ​ນ້ອງ ​ແລະ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ​ແລະ​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ໂດຍ​ສັນຕິ​ວິທີ​ຕາມ​ນະ​ໂຍບາຍ​ປະ​ເທດ​ດຽວ​ສອງ​ລະບອບ.