ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-03 18:49:52    
ຜູ້​ນຳ​ອົງ​ການ​ຮາ​ມາສ໌​ເດີນ​ທາງ​ຮອດ​ມົສກູ​ ​ເລີ່ມ​ຢ້ຽມ​ຢາມ​ຣັດ​ເຊຍ

cri

ຕາມ​ຂ່າວcri:​ໂດຍ​ຕອບ​ສະໜອງ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປູ​ຕິນ ປະທາ​ນາທິ​ບໍດີ​ຣັດ​ເຊຍ,ວັນ​ທີ3​ມີນາ,ຄະນະ​ຜູ້​ແທນ​ອົງການ​ຮາ​ມາສ໌​ຂອງ​ປາ​ເລັສ​ຕິນໄດ້​ເດີນທາງ​ຮອດ​ມົສກູ​ ເລີ່ມຢ້ຽມ​ຢາມຣັດ​ເຊຍ.

ຫຼັງ​ຈາກ​ໄດ້​ເດີນ​ທາງ​ຮອດ​ສະໜາມ​ບິນ​ມົສກູ,ທ່ານ​ມາ​ຊານ ຫົວ​ໜ້າ​ຄະນະ​ຜູ້​ແທນ,ຜູ້ນຳ​ການ​ເມືອງ​ຂອງ​ອົງການ​ຮາ​ມາສ໌​ໄດ້​ກ່າວ​ຄຳ​ປາ​ໄສ,ຂອບ​ໃຈນຳ​ຣັດ​ເຊຍທີ່​ເຊີນ​ອົງ​ການ​ຮາ​ມາສ໌​ມາ​ຢ້ຽມ​ຢາມ.ທ່ານ​ໄດ້​ຕີ​ລາຄາ​ສູງ​ຕໍ່​ບົດບາດ​ພິ​ເສດ​ຂອງ​ຝ່າຍຣັດ​ເຊຍ​ໃນ​ດ້ານ​ໄກ່​ເກ່ຍ​ວຽກ​ງານ​ຕາ​ເວັນ​ອອກ​ກາງ,​ແລະ​ກ່າວ​ວ່າ​ຝ່າຍຣັດ​ເຊຍບໍ່​ໄດ້​ສ້າງ​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ໃດໆໃຫ້​​ແກ່​ອົງ​ການ​ຮາ​ມາສ໌​ມາ​ຢ້ຽມ​ຢາມ​ເທື່ອ​ນີ້.

ທ່ານ​ມາ​ຊານ​ເວົ້າ​ວ່າ,ອົງ​ການ​ຮາ​ມາສ໌​ຖື​ການ​ຢ້ຽມ​ຢາມຣັດ​ເຊຍ​ເປັນ​ການ​ເລີ່​ມ​ຕົ້ນທີ່ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ຮາ​ມາສ໌​ກັບ​ປະຊາ​ຄົມ​ໂລກ.