ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-06 10:27:35    
ອີ​ຣັກ​ກ່າວ​ເນັ້ນ​ວ່າ​ການ​ເຂົ້າ​ຮ່ວມ​ຂອງ​ສັນ​ນິ​ບາດ​ປະ​ເທດ​ອາ​ລັບ​ຈະ​ຊ່ອຍ​ໃຫ້​ອີ​ຣັກ​ມີ​ສະ​ຖຽນ​ລະ​ພາບ​ໂດຍ​ໄວ

cri

ຕາມ​ຂ່າວcri:ວັນ5ມີນາ,ຢູ່​ທີ່​ເລີ​ແກ,ທ່ານ​​ເຈ​ບາຣີ ລັດ​ຖະ​ມົນຕີ​ລັດຖະ​ບານ​ຂ້າມ​ຜ່ານຂອງ​ອີ​ຣັກ​ທີ່​​​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄະນະ​ມົນຕີ​ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ສັນນິ​ບາດ​ປະ​ເທດ​ອາ​ລັບ​ກ່າວ​ວ່າ,ການ​ເຂົ້າ​ຮ່ວມ​ຂ​ອງປະ​ເທດ​ອາ​ລັບ​ຈະ​ຊ່ອຍ​ໃຫ້​ອີຣັກມີ​ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ​ໂດຍ​ໄວ.

ທ່ານ​​ເຈ​ບາຣີແມ່ນ​​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວຕໍ່​ວົງການ​ໜັງ​ສືພິມ ຫັຼງຈາກ​​ພົບ​ປະ​ທ່ານ​ມຸດຊາ ​ເລຂາ​ທິການ​​ໃຫຍ່​ສັນນິ​ບາດ​ປະ​​ເທດອາ​ລັບ.ທ່ານ​​ໄດ້​ຍ້ອງ​ຍໍ​​ກອງ​ປະຊຸມ​ຄະ​ນະ​ມົນຕີ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ສັນນິບາດ​ປະ​ເທ​ດອາ​ລັບ​ທີ່ຕົກ​ລົງ​ຕັ້ງສຳ​ນັກ​ງານ​ຢູ່​ອີຣັກ,​ແລະ​ກ່າວ​ວ່າ ສັນ​ນິບາດ​ປະ​ເທດ​ອາ​ລັບ​ເຂົ້າ​ຮ່ວມ​ວຽກ​ງານ​ອີຣັກ​ມີຈະ​ຊ່ອຍ​ອີ​ຣັກ​ຜ່ານ​ຜ່າ​ສະ​ພາບ​ຫຍຸ້ງ​ຍາກ​ໃນ​ປະຈຸ​ບັນ.ກອງ​ປະຊຸມ​ປອງ​ດອງ​ຊາດ​ຂອງ​ອີຣັກ​ ທີ່ຈັດ​ໂດຍ​ສັນນິ​ບາດ​ປະ​ເທດ​ອາ​ລັບ​ນັ້ນ​ ຈະ​ໄຂ​ຂຶ້ນ​ໃນ​​ເດືອນ​ມິຖຸນາ​ປີ​ນີ້​ຕາມ​ເວລາ​ກຳນົດ.