ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-06 10:33:21    
ອິສຣາ​ແອນ​ກ່າວ​ວ່າ, ​ກຳ​ແພງ​ຂັ້ນບໍ່​ແມ່ນ​ຊາຍ​ແດນ​ຖາ​ວອນ​ລະ​ຫວ່າງ​ອິສຣາ​ແອນ​ປາ​ເລັສ​ຕີນ

cri Author: mo
ຕາມ​ຂ່າວCRI:ຕອນ​ຄ່ຳ​ວັນ​ທີ 5 ມີນາ, ທ່ານ​ໂອນ​ເມີດ ຜູ້​ວ່າການ​ແທນນາຍົກລັດຖະມົນຕີອິສຣາ​ແອນ​ອອກ​ຖະ​ແຫຼງການວ່າ, ກຳ​ແພງຂັ້ນ​ທີ່​ພວມ​ສ້າງ​ນັ້ນບໍ່​ແມ່ນ​ຊາຍ​ແດນ​ຖາວອນຂອງ​ອິສຣາ​ແອນ. ມື້​ດຽວ​ກັນ, ພັກ​ກ້າວໜ້າ(ຄືພັກ​ຄາ​ດີ​ມາ) ​ເຊິ່ງນຳ​ໂດຍ​ທ່ານ​ໂອນ​ເມີດ​ຍັງ​ໄດ້​ເປີດ​ເຜີຍ​ແຜນການ​ຖອນອອກແຕ່ຝ່າຍ​ດຽວທີ່​ລະອຽດ​ເປັນຄັ້ງທຳ​ອິດ.

ໃນ​ຖະ​ແຫຼງການ, ທ່ານ​ໂອນ​ເມີດ​ກ່າວ​ວ່າ, ຊາຍ​ແດນສຸດ​ທ້າຍ​ຂອງ​ອິດສຣາ​ແອນ​ຈະ​ຕັດສິນ​ຢູ່​ນຳ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ. ບໍ່​ວ່າ​ຂະ​ບວນວິວັດ​ສັນຕິພາບ​ຈະ​ຂະຫຍາຍຕົວແນວ​ໃດ​ໃນອະນາຄົດ​, ອິສ​ຣາ​ແອນຈະ​ສືບ​ຕໍ່ຄວບ​ຄຸມ​ຈຸດ​ຕັ້ງຖີ່​ນຖານ​ຊາວ​ຢິວຂະໜາດ​ໃຫຍ່, ​​ເຂດ​ອ້ອມ​ແອ້ມ​ເຢລູຊາ​ເລັມ​ແລະ​ເຂດອື່ນໆ​ທີ່​ມີ​ຄວາມ​ສຳຄັນ​ທີ່​ສຸດຕໍ່ຄວາມ​ປອດ​ໄພຂອງ​ອິສ​ຣາ​ແອນ.

ນອກ​ນີ້, ຕອນ​ເຊົ້າມື້​ດຽວ​ກັນ, ​ເຈົ້າໜ້າ​ທີ່​ຊັ້ນສູງ​ຂອງ​ພັກຄາ​ດີ​ມາ​ເຜີຍ​ໃຫ້​ຮູ້​ວ່າ, ຖ້າ​ພັກ​ຄາ​ດີ​ມາ​ໄດ້ຮັບ​ໄຊ​​ຊະນະ​ໃນ​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອິສ​ຣ​າ​ແອນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວ​ໆ​ນີ້, ພັກ​ດັ່ງ​ກ່າວ​ຈະ​ປະຕິບັດ​ແຜນການ​ຖອນອອກ​ແຕ່​ຝ່າຍ​ດຽວຈາກ​ຈຸດ​ຕັ້ງຖິ່ນ​ຖານ​ຊາວ​ຢິວຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ສ່ວນ​ໜຶ່ງ, ​ແຕ່​ທະຫານ​ອິສຣາ​ແອນ​ຈະ​ສືບ​ຕໍ່ປະຈຳຢູ່​ເຂດເຫຼົ່ານີ້.