ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-07 20:48:41    
ອາ​ເມ​ລິ​ກາ​ກ່າວ​ລື້ມ​ວ່າ ຄັດ​ຄ້ານ​ການ​ກະ​ທຳ​ໃດ​ໆ​ທີ່​ປ່ຽນ​ແປງ​ສະ​ພາບ​ປະຈຸ​ບັນ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ​ແຕ່​ຝ່າຍ​ດຽວ

cri Author: da
ຕາມ​ຂ່າວCRI:ວັນ​ທີ 6 ມີນາ ທ່ານທອມ ​ເຄຊີ ຜູ້ວ່າການ​​ແທນ​​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ເວົ້າວ່າ,ອາ​ເມ​ລິ​ກາຄັດຄ້ານ​ການ​ກະທຳ​ໃດໆ​ທີ່​ປ່ຽນ​ແປງ​ສະພາບ​ປະຈຸ​ບັນ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນແຕ່​ຝ່າຍ​ດຽວ.

​ໃນ​ງານ​ຊຸມນຸມ​ນັກ​ຂ່າວປະຈຳຂອງ​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ,ມີ​ຄົນ​ຖາມ​​ເຖິງຄວາມ​ເຫັນຂອງ​ອາ​ເມ​ລິ​ກາທີ່​ມີ​ຕໍ່ທ່ານ​ເສີນ​ສຸຍ​ປຽນ​ກ່າວ​ເຖິງ"ລັດຖະທຳ​ມະນູນ​ໃໝ່"​ໃນ​ເວລາ​ໃຫ້ສຳພາດ​ຕໍ່​ໜັງສືພິມ​ໂຢມີ​ອູຣີ ຊີ​ມູບູນ ຂອງ​ຍີ່ປຸ່ນ​ໃນ​ວັນ​ທີ 3 ມີນາ,ທ່ານ​ເຄຊີ​ຕອບວ່າ,ອາ​ເມ​ລິ​ກາ​ເຫັນ​ວ່າ,​"ໄຕ້​ຫວັນ​​ເຄົາລົບ​ຄຳ​ໝັ້ນສັນຍາ​ແມ່ນ​ຂໍ​ກະ​ແຈຂອງ​ການຮັກສາ​ສະ​ພາບ​ໃນ​ປະຈຸ​ບັນ.ຫຼັກ​ໝັ້ນອັນ​ເດັດດ່ຽວ​ຂອງ​ພວກ​​ຂ້າພະ​ເຈົ້າ​ແມ່ນ,ບໍ່​ຄວນປ່ຽນ​ແປງ​ສະພາບ​​ໃນ​ປະຈຸ​ບັນ​ແຕ່​ຝ່າຍ​ດຽວ."

ນອກ​ນີ້ ຂ່າວ​ແຈ້ງວ່າ,ວັນ​ທີ 5 ມີນາ ລັດຖະບານ​ກູ​ບາ​ແລະ​ລັດຖະບານ​ມຽນມາ​ຕ່າງ​ໄດ້ອອກ​ຖະ​ແຫຼງການ​ແລະ​ປະກາດ​ແຈ້ງຂ່າວ,ກ່າວ​ລື້​ມວ່າຍຶດໝັ້ນຫຼັກ​ໝັ້ນຈີນ​ດຽວ,ທັງ​ກ່າວ​ປະນາມກົນ​ອຸບາຍ​ຂອງ​ທ່ານ​ເສີນ​ສຸຍ​ປຽນທີ່ກີດຂວາງການ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ,ທຳລາຍ​ສິດ​ປະ​ໂຫຍ​ດທີ່​ຊອບ​ກົດໝາຍ​ຂອງ​ປະຊາຊົນ​ຈີນ​ແລະ​ທຳລາຍສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ວັນ​ທີ 5 ມີນາ ​ໃນ​ເວລາ​ພົບ​ປະ​ຄະນະ​ຜູ້​ແທນ​ສະມາຄົມ​ແລກປ່ຽນ​ສາກົນ​ຈີນ​ທີ່​ໄປ​ຢ້ຽມຢາມ ທ່ານ​ເຟຊານ ອານ ຟາ​ເຢັສ ຮອງ​ປະທານ​ສະພາ​ສູງຊອກ​ດາ​ນີ​ໄດ້​ເວົ້າວ່າ,ລັດຖະບານ​ຊອກ​ດາ​ນີຈະ​ສືບ​ຕໍ່​ປະຕິບັດ​ຫຼັກ​ໝັ້ນຫຼັກການ​ຈີນ​ດຽວ​ຢ່າງ​ເດັດດ່ຽວ,ສະໜັບສະໜູນ​ພາລະກິດ​ໂຮມ​ຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນໂດຍ​ສັນຕິ.

ນອກ​ນີ້,ວັນ​ທີ 6 ມີນາ ຫຼາຍ​ສະມາຄົມຊາ​ວຈີນ​ຕ່າງ​ດ້າວ​ຂອງ​ແມັກຊິກ​ໄດ້​ຮ່ວມ​ກັນ​ຮຽກ​​ໄຂ​ງານ​ສົນທະນາ​ຊາວ​ຈີນຕ່າງ​ດ້າວ​ຢູ່​ແມັກ​ຊິກຄັດຄ້ານ"ທ່ານ​ເສີນ​ສຸຍ​ປຽນ​ຍົກ​ເລີກຄະນະ​ກຳມະການ​ແລະ​ໂຄງການໂຮມ​ຊາດ​ເປັນ​ເອກະ​ພາບ",ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະທຳຕັດ​ແຍກ​ໄຕ້​ຫວັນ​​ໃຫ້ເປັນ​ເອກະລາດຂອງທ່ານ​ເສີນ​ສຸຍ​ປຽນ​ທີ່ຢຸດຕິ"ຄະ​ນະ​ກຳມະການໂຮມ​ຈີນ​​ເປັນ​ເອກະ​ພາບ"​ແລະ"​ໂຄງການ​ໂຮມ​ຈີນ​ເປັນ​ເອກະ​ພາບ".