|
 |
(GMT+08:00)
2006-03-09 10:12:51
|
 |
ປັດໃຈຄວາມໝັ້ນຄົງຍັງເປັນອຸປະສັກສຳລັບສະຫະປະຊາຊາດເປີດກວ້າງການເຄື່ອນໄຫວຢູ່ອີຣັກ
cri
Author: MO
ຕາມຂ່າວສານຊີນຮວາ: ວັນທີ 8 ມີນາ, ທ່ານອານນານ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ຍື່ນບົດລາຍງານໃຫ້ສະພາຄວາມໝັ້ນຄົງ ໂດຍຂຽນວ່າ, ຍ້ອນການເຄື່ອນໄຫວດ້ວຍກຳລັງຮຸນແຮງຢູ່ແຫ່ງຕ່າງໆຂອງອີຣັກສືບເນື່ອງບໍ່ຢຸດບໍ່ເຊົາ, ພະນັກງານຂອງສະຫະປະຊາຊາດມີຄວາມອັນຕະລາຍກາຍເປັນເປົ້າໝາຍຫຼອນໂຈມຕີ, ສະນັ້ນ, ແຜນການຂອງສະຫະປະຊາຊາດກ່ຽວກັບການເປີດກວ້າງການເຄື່ອນໄຫວຢູ່ອີຣັກໄດ້ຖືກຂັດຂວາງໂດຍຕະຫຼອດ.
ທ່ານອານນານຊີ້ອອກວ່າ, ເຖິງວ່າຊາວອີຣັກໄດ້ຟື້ນຟູການປົກຄອງປະເທດຕົນ, ເຈົ້າໜ້າທີ່ອີຣັກແລະກອງທະຫານຫຼາຍປະເທດທີ່ນຳໂດຍທະຫານອາເມລິກາກໍໄດ້ທຳຄວາມພະຍາຍາມຫຼາຍກວ່າເກົ່າເພື່ອຮັກສາຄວາມປອດໄພກໍຕາມ, ແຕ່ຝ່າຍຄ້ານປະກອບອາວຸດນັບມື້ນັບສັບສົນ, ທັງມີຄວາມສາມາດເຮັດການເຄື່ອນໄຫວດ້ວຍກຳລັງຮຸນແຮງສູງຢ່າງຕໍ່ເນື່ອງກັນ. ສະພາບແວດລ້ອມບໍ່ປອດໄພແນວນີ້ໄດ້ຂັດຂວາງຢ່າງໜັກໜ່ວງຕໍ່ອົງການສະຫະປະຊາຊາດຄົງຕົວຢູ່ອີຣັກແລະໝູນເດີນຢ່າງບັງເກີດຜົນ.
|
|
|