ຕາມຂ່າວສານຊິນຮວາ:ວັນທີ8ມີນາ,ສິງກະໂປໄດ້ຈັດເວທີປາໄສພັດທະນາແມ່ນ້ຳຂອງ,ຜູ້ແທນຂອງ6ປະເທດອະນຸພາກພື້ນແມ່ນ້ຳຂອງ,ບຸກຄົນຂອງທະນາຄານພັດທະນາອາຊີ ແລະ ວົງການການຄ້າສິງກະໂປ ປະມານ250ຄົນໄດ້ເຂົ້າຮ່ວມເວທີປາໄສດັ່ງກ່າວ.
ເວທີປາໄສພັດທະນາແມ່ນ້ຳຂອງຄັ້ງນີ້ ຕົ້ນຕໍໄດ້ເຊື້ອເຊີນຜູ້ແທນຂອງທະນາຄານພັດທະນາອາຊີພ້ອມດ້ວຍຜູ້ແທນຂອງປະເທດອະນຸພາກພື້ນແມ່ນ້ຳຂອງ ເຊັ່ນ,ລາວ,ມຽນມາ,ກຳປູເຈຍ,ໄທ,ຫວຽດນາມແລະຈີນເປັນຕົ້ນ,ເພື່ອຫາລືການພັດvທະນາຂອງເຂດລ້ອງແມ່ນ້ຳຂອງໃນອະນາຄົດ,ພ້ອມດ້ວຍໂອກາດ ພັດທະນາການຄ້າອັນມະຫາສານທີ່ອາດຈະນຳໃຫ້ປະເທດແຄບຝັ່ງແມ່ນ້ຳຂອງ ແລະ ປະເທດແລະເຂດແຄວ້ນອື່ນໆເຊິ່ງລວມທັງສິງກະໂປ.
ແຕ່ປີ1992ເປັນຕົ້ນມາ,ລັດຖະບານຈີນໄດ້ເຂົ້າຮ່ວມກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ,ການຮ່ວມມືພັດທະນາອາຊຽນ-ເຂດລ້ອງແມ່ນ້ຳຂອງທີ່ລິເລີມໂດຍທະນາຄານພັດທະນາອາຊີ,ຍັງໄດ້ສ້າງການພົວພັນສົນທະນາຢ່າງເປັນທາງການກັບຄະນະກຳມະການແມ່ນ້ຳຂອງ.
|