ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-09 18:24:15    
ຖາ​ນະ​ຂອງ​ໝາ​ກາ​ໂລນ​ໂຕ​ທຳ​ອິດ​ໃນ​ໂລກ​ໄດ້​ຮັບ​ການ​ຢັ້ງ​ຢືນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ວາລະສານ"ທຳ​ມະ​ຊາດ" ວາລະສານວິທະຍາສາດຂອງ​ອັງກິດສະບັບ​ຫຼ້າ​ສຸດທີ່​ພິມ​ຈຳໜ່າຍ​ໃນ​ວັນ​ທີ 9 ມີນາ​ໄດ້​ພິມ​ບົດ​ຄວາມ​ຢືນ​ຢັນວ່າ,ຖານະ​ຂອງ"ສນູປີ"ໝາ​ກາ​ໂລ​ນ​ໂຕ​ທຳ​ອິດ​ໃນ​ໂລກ​ທີ່​ທ່ານ​ຮວງ​ອູ​ຊຸກ ນັກວິ​ທະ​ຍາ​ສາດ​ຂອງ​ສ.​ເກົາຫຼີ​ເປັນ​ຜູ້​ບົ່ມ​ເພາະ​ນັ້ນ​ແມ່ນ​ບໍ່​ຕ້ອງ​ສົງ​ໄສ.

ພະນັກງານ​ຄົ້ນຄວ້າວິ​ທະຍາ​ສາດຂອງ​ມະຫາວິທະຍາ​ໄລ​ເຊ​ອຸ່ນ​ສ.​ເກົາຫຼີແລະອາ​ເມ​ລິ​ກາ​ໄດ້​ພິມ​ບົດວິ​ພົນໃນ​ວາລະສານ"ທຳ​ມະ​ຊາດ"ວ່າ,​ໃນ​ການ​ທົດ​ລອງ​ວັດ​ແທກ​ DNA ທີ່​ພວກ​ເຂົາ​ເຈົ້າຕ່າງ​ເຮັດ​ນັ້ນ,​ໄດ້​ຢືນຢັນ​ວ່າ "ສນູປີ"​ແມ່ນ​ສັດ​​ກາ​ໂລ​ນ​ແທ້.

ວັນ​ທີ 3 ສິງຫາ​ປີ​ກາຍ​ນີ້,ຢູ່​ເຊ​ອຸ່ນ,ໜ່ວຍ​ຄົ້ນຄວ່າ​ທີ່​ນຳ​ໂດ​ຍທ່ານ​ຮວງ​ອູ​ຊຸກ​ໄດ້​ແນະນຳ"ສນູປີ"ໝາ​ພານ​ອັຟກາ​ນີສະຖານ​ທີ່​ອາຍຸ 9 ອາທິດ​​ໃຫ້​ສາທາລະນະ​ຊົນ​ຮູ້,​ແລະ​ກ່າວ​ວ່າ ມັນ​ແມ່ນ​ໝາ​ກາ​ໂລ​ນ​ໂຕ​ທຳ​ອິດ​ໃນ​ໂລກ.​ແຕ່​ຄຽງ​ຄູ່​ກັບ​ເລື່ອງ​ຈິງ​ກ່ຽວ​ກັບ​ທ່ານ​ຮວງ​ອູ​ຊຸກ​​ປອມ​ແປງ​​ໝາກ​ຜົນການຄົ້ນຄວ້າ​ວິທະຍາສາດ​ອື່ນໆ​ຖືກ​ເຜີຍ​​ແບເທື່ອ​ລະ​ກ້າວ,ຄວາມ​​ເທັດຈິງ​ຂອງ"ສນູປີ"​ກໍ​ຖືກ​ສົງ​ໄສ.