ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-10 11:44:58    
ອົງ​ການ​ຮາ​ມາສ໌​ກັບ​ອົງ​ການ​ອານ​ຟາ​ຕາ​ບໍ່​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ການ​ປະ​ກອບ​ຄະ​ນະ​ລັດ​ຖະ​ບານ

cri

ຕາມ​ຂ່າວສາ​ນຊິນ​ຮວາ:ຕອນ​ຄ່ຳ​ວັນ​ທີ9​ມີນາ,ອົງການ​ຮາ​ມາສ໌​ແລະ​ອົງການ​ອານ​ຟາ​ຕາ​ໄດ້​ຈັດການ​​ພົບ​ປະ​ເຈລະຈາ2​ຮອບ​ຢ່າງ​ລຽນຕິດ,​ແຕ່ບໍ່​​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນເປັນ​ເອກະ​ສັນ​ກັນ​ກ່ຽວກັບ​ການ​ປະກອບ​ລັດ​ຖະບານ​ປະສົມ​ແຫ່ງ​ຊາດ.

ຫຼັງ​ເຈລະ​ຈາ​ແລ້ວ,ທ່ານ​ອາສຊັນ ປະທານ​ຄະນະ​ພັກ​ອົງການ​ອານ​ຟາ​ຕາ​ຜູ້​ຢູ່​ໃນ​ສະພາ​ນິຕິບັນ​ຍັດ​ປາ​ເລັສຕິນ​​​ໄດ້​ໃຫ້​ສຳພາດ​ຕໍ່​ວົງ​ການ​ໜັງສື​ພິມ​ວ່າ,​ ອົງການ​ອານ​ຟາ​ຕາ​ກັບ​ອົງ​ການ​ຮາ​ມາສ໌​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຢ່າງ​​ເດັ່ນຊັດ ​ກ່ຽວ​ກັບ​ໂຄງການ​ການ​​ເມືອງ​ໃນ​ການ​ປະ​ກອບ​ລັດຖະ​ບານ​ຊຸດ​ໃໝ່​,ອົງການ​ອານ​ຟາ​ຕາ​ຮຽກ​ຮ້ອງ​ຢ່າງ​ຄັກ​ແນ່ໃຫ້​ອົງ​ການ​ຮາ​ມາສ໌​ຮັບ​ເຫັນ​ດີ​ນຳຄຳ​ຖະ​ແຫຼ​ງການ​ເອກະ​ລາດ​ທີ່ລະບຸ​ໄວ້​ໃນ"ກົດ​ໝາຍ​ພື້ນ​ຖານ"ປາ​​ເລັສ​ອິນ​,​​ແລະໃຫ້​ຄຳ​ໝັ້ນ​ສັນຍາ​ວ່າເຄົາລົບ​ສັນຍາ​ສັນຕິ​ພາບ​ທີ່​ອົງການ​ປົດ​ປ່ອຍ​ປາ​ເລັສຕິນ​ເຊັນ​ກັບ​ອິສ​ຣາ​ແອນ.