ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-10 16:27:01    
ຜູ້​ຊ່ຽວ​ຊານ​ຕ່າງ​ປະ​ເທດ,ສື່​ມວນ​ຊົນ​ພົ້ນ​ທະ​ເລ​ແລະ​ຊາວ​ຈີນ​ຕ່າງ​ດ້າວ ເອົາ​ໃຈ​ໃສ່​ນຳ​ກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ

cri

ຕາມ​ຂ່າວcri:​ໃນ​ຫຼາຍ​ມື້​ມາ​ນີ້, ຜູ້​ຊ່ຽວຊານ​ຕ່າງປະ​ເທດ​,ສື່​ມວນ​ຊົນ​ພົ້ນ​ທະ​ເລ​ແລະ​ຊາວ​ຈີນຕ່າງ​ດ້າວຈຳ​ນວນຫຼວງ​ຫຼາຍ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດນຳ​ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ."ໜັງສື​ພິມສູນ​ກາງ​ລາຍ​ວັນ"(ຄື:ຈູ​ນອາງ​ລາຍ​ວັນ)​ຂອງສ.​ເກົາ​ຫຼີສະ​ບັບ​ວັນ​ທີ10​ມີ​ນາ​ໄດ້ພິມ​ບົດ​ຄວາມ​ຍ້ອງ​ຍໍ​​ເສດ​ຖະກິດ​ຂອງ​ຈີນ​ພັດທະ​ນາ​​ເປັນ​ຢ່າງ​ດີ,​ເຫັນ​ວ່າ​ຊັ້ນ​ນຳ​ຂອງ​ຈີນ​ຊ່າງຖອດ​ຖອນ​ບົດຮຽນ​ທາງ​ບວກ​ແລະ​ທາງ​ລົບ​ຂອງ​ປະ​ເທດ​​ອ້ອມ​ຂ້າງ,ຄວາມ​ກ້າວ​ໜ້າດ້ານ​ເຕັກ​ນິກ,ສະ​ມັດຖະ​ພາບ​ການ​ຜະລິດ​ສູງ​ຂຶ້ນ​​ແລະນະ​​ໂຍບາຍ​​​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ລ້ວນ​ແຕ່​ຈະ​ຊຸກ​ຍູ້​​ເສດ​ຖະກິດ​ຂອງ​ຈີນ​ຮັກສາ​ຈັງ​ຫວະເຕີບ​​ໂຕ​ຂ້ອນ​ຂ້າງ​​ໄວພາຍ​​ໃນ​ໄລຍະ​​​ໃດ​ໜຶ່ງ.

ຫວ່າງ​ມໍ່ໆ​ນີ້,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກຂ່າວ​ຂອງ​ຈີນ,ຜູ້​ຊ່ຽວຊານ​ດ້ານບັນຫາ​ຈີນ​ຂອງມະ​ຫາວິ​ທະຍາ​ໄລ​ປາຣີ​ຂອງ​​ຝຣັ່ງ​ຊີ້​ອອກ​ວ່າ,​​ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​ທີ່​ພວມ​ໄຂຂຶ້ນ​​ໃນ​ປັດຈຸບັນ​ໄດ້​ສະ​ແດງ​​ໃຫ້​ເຫັນ​​​ແນວ​ຄິດ​ໃໝ່ຈຳ​ນວນ​ໜຶ່ງ​ຂອງ​ລັດຖະບາ​ນຈີນ​​ໃນ​ການປົກ​ຄອງ​ປະ​ເທດ,ລັດຖະ​ບານ​ຈີນ​ປະກາດ​ໃຊ້​ນະ​ໂຍບາຍ​ທີ່ອ່ຽງ​ໄປ​ສູ່​ຊົນ​ນະ​ບົດນັ້ນ​ຈະ​​ເຮັດ​ໃຫ້​ສັງຄົມ​ຈີນ​​ແຮ່ງ​ກ້ຳ​ເກິ່ງ​ກັນ.

ສື່​ມວນ​ຊົນບຸນ​ກາລີ​ໄດ້ພິມ​ບົດ​ຄວາມ​ຊີ້​ອອກ​ວ່າ,​ໃນ​ສອງ​ສາມ​ປີ​ຂ້າງ​ໜ້າ​ນີ້,ຈີນ​ຈະ​ພະຍາ​ຍາມ​ເຮັດ​ໃຫ້​ຄວາມ​ຜິດ​ໂຕນ​ກັນ​ລະຫວ່າງ​ຊົນນະ​ບົດ​ກັບ​ຕົວ​ເມືອງ​ໜ້ອຍ​ລົງ,ນີ້​​ແມ່ນ​ການ​ປ່ຽນ​ແປງ​ອັນ​ອັນ​ມະ​ຫາ​ສານ​.