ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-10 20:38:08    
ສະ​ມາ​ຄົມ​ມິດ​ຕະ​ພາບ​ມາ​ເລ​ເຊຍ​ຈີນ​ຈະ​ຢ້ຽມ​ຢາມ​ຈີນ ລົງ​ນາມ​ໃນ​​ໂຄງ​ການ​ດຳ​ເນີນ​ງານ​ປີ 2006-2007

cri Author: da
ຕາມ​ຂ່າວສານ​ຈີນ​ລາຍ​ງານ​ຈາກກົວ​ລາ​ລຳ​ເປີ:ວັນ​ທີ 9 ມີນາ ​ໂຄສົກ​ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ​ຈີນ​ປະກາດ​ວ່າ,​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ສະມາຄົມ​ມິດຕະພາບກັບ​ຕ່າງປະ​ເທດຂອງ​ປະຊາຊົນຈີນ,ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ​ຈີນ​ຈະ​ແຕ່ງ​ຄະນະ​ຜູ້​​ແທນ​ມາ​ຢ້ຽມຢາມ​ຈີນ.

​ໂຄສົກ​ຜູ້​ນີ້​ແນະນຳ​ວ່າ,​​ຄະນະ​ຜູ້​​ແທນສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ​ຈີນ​ຈະ​ຢ້ຽມຢາມ​ສັນຖະວະ​ໄມຕີຕໍ່​ຈີນ​ເວລາ 6 ມື້​ແຕ່ວັນ​ທີ 13 ມີນາ​ເປັນຕົ້ນ​ໄປ.​ໃນ​ຄາວ​ນັ້ນ ຈະ​ເຈລະຈາ​ກັບ​ຂັ້ນຜູ້ນຳ​ຂອງ​ສະມາຄົມ​ມິດຕະພາບ​ຈີນ​ມາ​ເລ​ເຊຍ,ສອງ​ຝ່າຍ​ຈະ​ລົງ​ນາມ​ໃນ​ໂຄງການ​ດຳ​ເນີນ​ງານປີ 2006-2007,​ເພື່ອ​ຈັດຕັ້ງປະຕິບັດ​ຂໍ້ມາດຕາ​ທີ່​ກ່ຽວຂ້ອງ​ໃນ​ປະກາດ​ແຈ້ງ​ການ​ຮ່ວມ​ມາ​ເລ​ເຊຍ​ຈີນ​ທີ່​ເຊັນ​ກັນ​ໃນ​ເວລາ​ທ່ານ​ເວີນ​ເຈຍ​ປາວ​ນາຍົກລັດຖະມົນຕີຈີນ​ຢ້ຽມຢາມ​ມາ​ເລ​ເຊຍ​ໃນ​ເດືອນ​ທັນວາ​ປີ​ກາຍ​ນີ້.

ນອກ​ນີ້ ໜັງສືພິມ​ກວາງຊີ​ຢື້​ປ້າວ​ສະບັບ​ວັນ​ທີ 10 ມີນາ​ລາຍ​ງານ​ວ່າ:ການ​ສ້າງເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​​ແລະຈີນ​ກັບ​ມາ​ເລ​ເຊຍ​ຕ່າງ​​ເປີດຕະຫຼາດ​ເຊິ່ງກັນ​ແລະ​ກັນນັ້ນ,​ໄດ້​ສ້າງ​ໂອກາດ​ທີ່​ຫາ​ຍາກ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ຂອງ​​ຈີນ​ມາ​ເລ​ເຊຍ.ຍອດ​ມູນ​ຄ່າ​ການ​ຄ້າ​ຈີນ​ມາ​ເລ​ເຊຍ​ປີ 2005​ໄດ້​ບັນ 30 ຕື້ 703 ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ​ກ່ອນ 16,9%.