ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-11 20:20:32    
ຜູ້​ນຳ​ອົງ​ການ​ຮາ​ມາສ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​​ອະ​ນາ​ຄົດ​ການ​ຈັດ​ຕັ້ງ​ຄະ​ນະ​ລັດ​ຖະ​ບານ

cri Author: da
ຕາມ​ຂ່າວCR:ວັນ​ທີ 10 ມີນາ ທ່ານ​ຮາ​ນີ​ເຢ ນາຍົກລັດຖະມົນຕີຜູ້​ໃໝ່​ຂອງ​ລັດຖະລານປາ​ເລັສຕີນ​ປົກຄອງ​ຕົນ​ເອງ ຜູ້ນຳ​ອົງການ​ຮາ​ມາ​ສ​ໄດ້ອອກ​ຖະ​ແຫຼ​ງການ​,ສະ​ແດງ​ຄວາມ​ເຫັນ​ທີ່​ເຫັນໄປ​ໃນ​​ແງ່​ດີ​ຕໍ່​​ການຈັດຕັ້ງລັດຖ​ະບານ​ຊຸດ​ໃໝ່,ການ​ຫາລື​ກັນ​ກ່ຽວ​ກັບ​ການຈັດຕັ້ງຄະນະ​ລັດຖະບານ​ລະຫວ່າງ​ອົງການ​ຮາ​ມາສກັບ​ບັນດາ​ຝ່າຍ​ມີ​ຫວັງສິ້ນ​ສຸດ​ລົງ​ໃນ​ໄວໆ​ນີ້.

ມື້​ດຽວ​ກັນ ຢູ່​ກາຊາ ທ່ານ​ຮາ​ນີ​ເຢໄດ້​ເຈລະຈາ​ກັບ​ທ່ານ​ອາ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ,ທັງ​ໄດ້​ມອບຈົດໝາຍ​ຕອບກ່ຽວ​ກັບ​ສານແຕ່ງຕັ້ງນາຍົກລັດຖະມົນຕີ​ໃຫ້​ທ່ານ​ອາ​ບາສ.ທ່ານ​ເວົ້າວ່າ,ຈົດໝາຍ​ຕອບກ່ຽວພັນ​ເຖິງ​ນະ​ໂຍບາຍ​ມະຫາ​ພາກ​ຂອງ​ການຈັດຕັ້ງຄະນະ​ລັດຖະບານ,​​ໂຄງການ​​ການ​ເມືອງ​ຂອງ​ລັດຖະບານຊຸດ​ໃໝ່​ຈະ​ແຈ່ມ​ແຈ້ງ​ກວ່າ​ເກົ່າ,ມີ​ຫວັງ​ໄດ້​ຮັບ​ຄວາມໄວ້​ວາງ​ໃຈຈາກ​ການ​ປ່ອນ​ບັດຂອງ​ຄະນະ​ກຳ​ມະການ​ນິຕິບັນຍັດ.

ນອກ​ນີ້ ຂ່າວ​ແຈ້ງວ່າ,​ໃນມື້​ດຽວ​ກັນ ທ່ານ​ນາງ​ເບ​ນີດາ ​ເຟ​​ເຣ​ໂຣ ວາ​ເນີ ກຳມະການ​ສະຫະພາບ​ເອີ​ລົບທີ່​ຮັບຜິດຊອບ​ການ​ພົວພັນ​ກັບ​ຕ່າງປະ​ເທດ​ແລະ​ນະ​ໂຍບາຍ​ບ້ານ​ໃກ້​​​ເຮືອນຄຽງຂອງ​ເອີ​ລົບ​​ເວົ້າວ່າ,ສະຫະພາບ​ເອີ​ລົບຍັງ​ບໍ່​ໄດ້​ຕົກລົງ​ກັນເທື່ອ​ໃນ​ບັນຫາ​ຊ່ອຍ​ເຫຼືອລັດຖະບານຊຸດ​ໃໝ່​​ຂອງປາ​ເລັສຕີນ​ທີ່​ນຳ​ໂດຍ​ອົງການ​ຮາ​ມາສ.